Home ຂ່າວພາຍໃນ ຫສນຍ ຈະສຸມໃສ່ສ້າງບາດລ້ຽວໃໝ່ ຍົກສູງຄຸນນະພາບດ້ານເນື້ອໃນ ຮັບໃຊ້ລັດຖະບານ

ຫສນຍ ຈະສຸມໃສ່ສ້າງບາດລ້ຽວໃໝ່ ຍົກສູງຄຸນນະພາບດ້ານເນື້ອໃນ ຮັບໃຊ້ລັດຖະບານ

0
4

ໃນໄລຍະ 5 ປີຕໍ່ໜ້ານີ້, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈະສຸມໃສ່ສ້າງບາດລ້ຽວໃໝ່ ດ້ວຍການຍົກສູງຄຸນນະພາບໃນການເປັນເສນາທິການດ້ານເນື້ອໃນຕ່າງໆ ໃຫ້ກາຍເປັນມັນສະໜອງຂອງລັດຖະບານ ໃຫ້ສົມຄູ່ກັບເສນາທິການ ທີ່ຢູ່ໃກ້ຊິດກັບການນຳຂັ້ນສູງຂອງລັດ, ກໍ່ສ້າງ ແລະ ບໍາລຸງພະນັກງານດ້ວຍການຈັດຝຶກອົບຮົມວິຊາສະເພາະ ດ້ວຍຮູບການ ແລະ ວິທີການທີ່ແທດເໝາະ, ການຈັດຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ກໍ່ສ້າງຍາວນານ ຕິດພັນກັບຂະ ບວນການຕົວຈິງຈາກຮາກຖານ, ຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກຜູ້ອາວຸໂສ ທີ່ມີບົດຮຽນ ແລະ ປະສົບການໃນວຽກງານຄົ້ນຄວ້າ, ການສັງຮວມ, ການບັນນາທິການ ເພື່ອຍົກລະດັບຄຸນນະພາບ ວຽກງານໃຫ້ດີຂຶ້ນກວ່າເກົ່າ.

ສະຫາຍ ວິແກ້ວ ບຸບຜາວັນ ຄະນະບໍລິຫານງານພັກ ຫສນຍ ໄດ້ໃຫ້ຮູ້ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ເມື່ອບໍ່ດົນນີ້ວ່າ: ໃນໄລຍະ 5 ປີ (2026-2030) ຫສນຍ ຈະເສີມຂະຫຍາຍມູນເຊື້ອອັນດີງາມ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນການບຳລຸງ ແລະ ກໍ່ສ້າງພະນັກງານນຳພາຄຸ້ມຄອງ-ສືບທອດປ່ຽນແທນ ທີ່ມີຄຸນນະພາບສູງ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຄຳຂວັນ 3 ດີ (ເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການ-ຮັບໃຊ້ທີ່ດີ) ແລະ 3 ຫັນ (ຫັນຈາກແນວຄິດທີ່ຄອງຄອຍລໍຖ້າແຕ່ຄຳສັ່ງ ໄປສູ່ການເປັນເຈົ້າຕົນເອງ; ຫັນຈາກການເຮັດວຽກບໍ່ມີແຜນເປັນການເຮັດວຽກທີ່ມີແຜນການ, ມີຈຸດສຸມ ແລະ ຄາດໝາຍສຳເລັດ; ຫັນຈາກການເຮັດວຽກຫລາຍຂັ້ນຫລາຍຂອດ ໃຫ້ຫລຸດລົງ ແລະ ວ່ອງໄວຂຶ້ນ). ພ້ອມທັງຈະຍົກສູງຄຸນນະພາບ ການປະຕິບັດແຜນພັດທະນາວິຊາສະເພາະ ຂອງ ຫສນຍ ປະກອບສ່ວນໃຫ້ແກ່ການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໃຫ້ດີຂຶ້ນ.

ພ້ອມນີ້, ຍັງຈະສູ້ຊົນສ້າງຊ່ຽວຊານຄົ້ນຄວ້າ ສະເພາະດ້ານ ໃນແຕ່ລະຂົງເຂດ ໃຫ້ໄດ້ 60% ຂຶ້ນໄປ; ສູ້ຊົນຈັດຕັ້ງປະຕິບັດບັນດາໂຄງການສະໜັບສະໜູນ ວຽກງານເສນາທິການ ໃຫ້ໄດ້ 80% ຂຶ້ນໄປ; ສູ້ຊົນຊຸກຍູ້ວຽກງານການສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃຫ້ບັນລຸຄາດໝາຍ 90% ຂຶ້ນໄປ; ສ້າງກົນໄກຍົກສູງຄວາມຮັບຜິດຊອບ ດ້ານວິຊາສະເພາະ ເປັນຕົ້ນ ການບັນນາທິການຄົ້ນຄວ້າວຽກງານຕ່າງໆທີ່ບັນດາຂະແໜງການຂັ້ນສູນກາງ-ທ້ອງຖິ່ນ, ບຸກຄົນ ແລະ ນິຕິບຸກຄົນ ສະເໜີ ລັດຖະບານ ພິຈາລະນາ, ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ ໃຫ້ມີຄວາມວ່ອງໄວ, ທັນກັບສະພາບການຕົວຈິງ, ທັງຮັບປະກັນຄຸນນະພາບ; ສົມທົບກັບບັນດາຂະແໜງ ການສູນກາງ ແລະ ທ້ອງຖິ່ນ ເພື່ອຮ່າງແຜນການ ແລະ ພິຈາລະນາບັນດາຫົວຂໍ້ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມອື່ນໆ ໃຫ້ກອງປະຊຸມສາມາດພິຈາລະນາຮັບປະກັນປະສິດທິພາບ-ປະສິດທິຜົນສູງ; ປັບປຸງ ແລະ ຍົກລະດັບຄວາມສາມາດໃນການຫັນເປັນຊ່ຽວຊານ ດ້ານວິຊາສະເພາະ ເພື່ອເຮັດໃຫ້ການຮ່າງນິຕິກໍາຕ່າງໆ ໃຫ້ຮັດ ກຸມ ແລະ ມີຄວາມວ່ອງໄວ ຕາມກົດໝາຍ ແລະ ລະບຽບການ; ສືບຕໍ່ສ້າງກົນໄກຕິດຕາມ, ຊຸກຍູ້ສ້າງ, ປັບປຸງ ແລະ ການຈັດຕັ້ງປະຕິບັດນິຕິກໍາ ທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ໃຫ້ສາມາດຕິດ ຕາມຜົນການຈັດຕັ້ງປະຕິບັດ ຢູ່ຂະແໜງການສູນກາງ ແລະ ທ້ອງຖິ່ນ ແລ້ວລາຍງານລັດຖະບານ ຢ່າງເປັນລະບົບ ແລະ ທັນກັບສະພາບການ; ສືບຕໍ່ປັບປຸງການຄຸ້ມຄອງ ແລະ ການບໍລິການຂໍ້ມູນຂ່າວສານພູມສາດ ເປັນລະບົບທີ່ທັນສະໄໝ, ຄົ້ນຄວ້າການນໍາໃຊ້ຂໍ້ມູນພາບຖ່າຍດາວທຽມ ເພື່ອການສ້າງຂໍ້ມູນຂ່າວສານພູມສາດ ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ພ້ອມດຽວກັນນີ້, ຍັງຈະຍົກສູງປະສິດທິພາບ ການປະສານງານທີ່ດີ, ສ້າງກົນໄກການປະສານງານທີ່ສອດຄ່ອງ ແລະ ກົມກຽວ; ຍົກສູງປະສິດທິພາບ ສ້າງກົນໄກການບໍລິການຮັບໃຊ້ ໃຫ້ວ່ອງໄວ, ມີຄຸນນະພາບ ຫັນໄປສູ່ທັນສະໄໝ; ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ແລະ ພັດທະນາບຸກຄະລາກອນ, ສ້າງພະນັກງານໃຫ້ກາຍເປັນຊ່ຽວຊານສະເພາະດ້ານ, ຍຶດໝັ້ນຫລັກການກຳນົດສ້າງພະນັກງານນຳພາຄຸ້ມຄອງ ໃນແຕ່ລະໄລຍະ ເພື່ອສືບທອດປ່ຽນແທນ ຕາມສາຍວິຊາສະເພາະ ແລະ ຕຳແໜ່ງງານ, ພ້ອມທັງຊຸກຍູ້ 3 ອົງການຈັດຕັ້ງມະຫາຊົນ ເປີດຂະບວນການ ແລະ ສ້າງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງຕົນ ຕິດພັນກັບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ ຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນຟົດຟື້ນ.

ຂ່າວ: ທະນູທອງ

ພາບ: ກົມປະຊາສໍາພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here