Home ສຶກສາ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

0
5

ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ໄລຍະສັ້ນ ໃນວັນທີ 29 ກັນຍາ 2025 ຜ່ານມາ, ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ” ໃຫ້ພະນັກງານຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) 30 ແຫ່ງໃນ 7 ແຂວງ (ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະ ຫວັນນະເຂດ) ແນໃສ່ເສີມສ້າງບົດບາດ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ ໃນການວາງແຜນ ແລະ ຄຸ້ມຄອງກິດຈະກໍາ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນເມືອງໃຫ້ມີຄຸນນະພາບ.

ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ການສ້າງຄວາມເຂັ້ມແຂງຄັ້ງນີ້, ເປັນສ່ວນໜຶ່ງຂອງການສ້າງຂີດຄວາມສາມາດ ທີ່ອອກແບບມາເພື່ອສະໜອງທັກສະ ແລະ ຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ ສກມ ເພື່ອວາງແຜນ ແລະ ຄຸ້ມຄອງການ ການພັດທະນາວິ ຊາຊີບຄູແບບຕໍ່ເນື່ອງ ຂອງຄູຢູ່ໃນຂັ້ນໂຮງຮຽນຂອງເຂົາເຈົ້າ ຢ່າງມີປະສິດທິຜົນ ເຊິ່ງຊຸດຝຶກອົບຮົມຄັ້ງນີ້, ໄດ້ຮວບຮວມບົດຮຽນ ແລະ ຜັນຂະຫຍາຍການຮຽນຮູ້ຈາກບັນດາຂໍ້ມູນ ດ້ານວິຊາການທີ່ໄດ້ຮັບຜ່ານມາຈາກກິດຈະກຳ ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ.

ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ລັດຖະບານອົດສະຕາລີ ເຮັດວຽກຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູ ແລະ ເພີ່ມທະວີການຊ່ວຍເຫລືອຄູ ໃນສະພາບການຂາດແຄນຄູໃນປັດຈຸບັນ, ພວກເຮົາເຊື່ອວ່າ ການສະໜັບສະໜູນຄັ້ງນີ້, ມີຄວາມສຳຄັນຕໍ່ການຮັກສາແຮງຈູງໃຈ ໃນການສອນຂອງຄູ ແລະ ປັບປຸງຄຸນນະພາບການສອນ ເຊິ່ງຄູມີບົດບາດສຳຄັນໃນການປົກປ້ອງນັກຮຽນທຸກຄົນ ໂດຍສະເພາະຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ການຈັດຫາພະນັກງານຂອງ ສກມ ທີ່ໃຫ້ການຊ່ວຍເຫລືອຄູດ້ວຍເຄື່ອງມື ແລະ ທັກສະທີ່ຈຳເປັນ ເພື່ອຮັບປະກັນວ່າເຂົາເຈົ້າສາມາດສົ່ງເສີມ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພສຳລັບເດັກ ທັງໃນ ແລະ ນອກຫ້ອງຮຽນແມ່ນສໍາຄັນ.

ພາຍຫລັງສຳເລັດການຝຶກອົບຮົມ, ສຳມະນາກອນ ຈະໄດ້ນຳຄວາມຮູ້ຈາກການຝຶກອົບຮົມຄັ້ງນີ້ໄປໝູນໃຊ້ເຂົ້າໃນການຄຸ້ມຄອງຄູຢູ່ໂຮງຮຽນ ໃນການສືບຕໍ່ປະຕິບັດການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໂດຍແຜນງານບີຄວາ ຈະເຮັດວຽກຮ່ວມກັບພະນັກງານກະຊວງສຶກສາທິການ ແລະ ກິລາ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອດຳເນີນການຕິດຕາມ ແລະ ສະໜັບສະໜູນການລົງໄປຕິດຕາມ ໂຮງຮຽນຂອງ ກສມ ໃນໄລຍະສົກຮຽນ 2025-2026.

NO COMMENTS

LEAVE A REPLY

Please enter your comment!
Please enter your name here