Home ຂ່າວໜ້າໜຶ່ງ 80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

0
4

ຕະຫລອດໄລຍະ 80 ປີ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການທູດ ພາຍໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆ ເປັນຕົ້ນ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ແລະ ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ບົດບາດຂອງປະເທດລາວ ໄດ້ຖືກຮັບຮູ້ຫລາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການນຳພັກ-ລັດ ແລະ ຖັນແຖວພະນັກງານທີ່ເຮັດໜ້າທີ່ການທູດ ໄດ້ມີການເຄື່ອນໄຫວຢ່າງກວ້າງຂວາງ ຍ້ອນການເຄື່ອນໄຫວຕ່າງປະເທດມີການຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອຍົກລະດັບສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດຕ່າງໆທີ່ມີທ່າແຮງ ເປັນການເພີ່ມທະວີບົດບາດ ຢູ່ບັນດາເວທີຫລາຍຝ່າຍ ໂດຍສະເພາະ ສປຊ, ອາຊຽນ ແລະ ຂອບການຮ່ວມມືອະນຸພາກພື້ນຕ່າງໆ.
ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 30 ກັນຍາ 2025 ເນື່ອງໃນໂອກາດສະເຫລີມສະຫລອງ ຄົບຮອບ 80 ປີ ວັນການທູດລາວ ວ່າ: ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ເລີ່ມຕົ້ນຂຶ້ນນັບແຕ່ການປະກາດເອກະລາດ ວຽກງານການຕ່າງປະເທດ ໄດ້ເນັ້ນໃສ່ການເຄື່ອນໄຫວການທູດທາງດ້ານການເມືອງ ເພື່ອຜູກມິດກັບບັນດາປະເທດເພື່ອນມິດຍຸດທະສາດ ທີ່ມີອຸດົມການອັນດຽວກັນ, ຄຽງຄູ່ກັບການເຄື່ອນໄຫວການທູດປະຊາຊົນຢູ່ພາຍໃນປະເທດ ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນບັນດາເຜົ່າທົ່ວປະເທດ. ນັບແຕ່ການຈັດຕັ້ງປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ ການເຄື່ອນໄຫວວຽກງານການຕ່າງປະເທດ ໄດ້ຫັນເອົາການເຄື່ອນໄຫວທາງດ້ານການເມືອງ ຕິດພັນກັບການເຄື່ອນໄຫວທາງດ້ານເສດຖະກິດ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະທັງໃຫ້ສອດຄ່ອງກັບຍຸກສະໄໝແຫ່ງໂລກາພິວັດ, ດີຈິຕອນ ແລະ ການເຊື່ອມໂຍງທາງດ້ານເສດຖະກິດ. ການປະຕິບັດແນວທາງນະໂຍບາຍ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຕາມທິດນໍາ “ເພີ່ມມິດຫລຸດຜ່ອນສັດຕູ” ໂດຍສົມທົບກັບກໍາລັງແຮງພາຍໃນ ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສາກົນ. ທັງໝົດນີ້ ໄດ້ສ້າງພື້ນຖານອັນດີໃຫ້ແກ່ ສປປ ລາວ ໃນການສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບທາງດ້ານການເມືອງ-ຄວາມໝັ້ນຄົງ ແລະ ສັງຄົມມີຄວາມສະຫງົບສຸກ, ອັນນໍາມາສູ່ການສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ສາມາດຍາດມາໄດ້ຜົນສໍາເລັດຫລາຍດ້ານໃນຂົງເຂດເສດຖະກິດ ໃນໄລຍະຜ່ານມາ.
ການເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດຍຸດທະສາດ ໄດ້ເພີ່ມທະວີມູນຄ່າການຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ນັບມື້ນັບເພີ່ມຂຶ້ນ, ອັນພົ້ນເດັ່ນ ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ແລະ ການເປີດນໍາໃຊ້ທ່າທຽບເຮືອ ຢູ່ທ່າເຮືອສາກົນລາວ-ຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂະແໜງການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ. ພ້ອມນີ້, ການເພີ່ມທະວີສາຍພົວພັນກັບປະເທດທີ່ເປັນມູນເຊື້ອອັນດີງາມ, ບັນດາປະເທດເພື່ອນບ້ານໃກ້ຄຽງ ແລະ ບັນດາປະເທດໃຫຍ່ ກໍໄດ້ຮັບການຊ່ວຍເຫລືອ ແລະ ສະໜັບສະໜູນເຂົ້າໃນຂົງເຂດບຸລິມະສິດຕ່າງໆ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ສຶກສາ, ສາທາລະນະສຸກ, ເສດຖະກິດ-ການເງິນ, ກົດໝາຍ-ນິຕິກໍາ, ການພັດທະນາພື້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ຂົງເຂດອື່ນໆ.
ຈາກການເຄື່ອນໄຫວການທູດບຸກທະລຸຢ່າງຕັ້ງໜ້າ, ປັດຈຸບັນ ສປປ ລາວ ສາມາດໄດ້ມີສາຍພົວພັນການທູດກັບ 151 ປະເທດ ເມື່ອທຽບໃສ່ນະໂຍບາຍຈິນຕະນາການໃໝ່ ໃນປີ 1986 ແລະ ໄດ້ຂະຫຍາຍເຂົ້າສູ່ລ່ວງເລິກ ແລະ ມີຄວາມຍືນຍົງຫລາຍຂຶ້ນ ໂດຍມີຂອບການພົວພັນຮ່ວມມືສໍາຄັນກັບ 12 ປະເທດຄື: ຄູ່ຮ່ວມມືຍຸດທະສາດຮອບ ດ້ານ 4 ປະເທດ (ສສ ຫວຽດນາມ, ສປ ຈີນ, ຍີ່ປຸ່ນ, ກໍາປູເຈຍ); ຄູ່ຮ່ວມຍຸດທະສາດ 5 ປະເທດ (ສປປ ເກົາຫລີ, ສ ກູບາ, ສ ຣັດເຊຍ, ຮົງກາຣີ, ສ ເກົາຫລີ. ໃນນີ້, ສ ຣັດເຊຍ ແລະ ສ ເກົາຫລີ ກໍາລັງກຽມຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ); ຄູ່ຮ່ວມມືຮອບດ້ານ 2 ປະເທດ (ໄທ, ອົດສະຕຣາລີ); ຄູ່ຮ່ວມມືແບບກວມລວມ 1 ປະເທດ (ສ ອາເມລິກາ).
ຂ່າວ: ກິດຕາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here