ພາຍຫຼັງດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ເປັນເວລາ 1 ວັນ, ວັນທີ 30 ກັນຍາ 2025 ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ບົນພື້ນຖານການໃຊ້ສິດປະຊາທິປະໄຕ ຢ່າງຖືກຕ້ອງ, ສອດຄ່ອງກັບມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້, ມີຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 17 ສະຫາຍ, ເລືອກໄດ້ 13 ສະຫາຍ, ຍິງ 2 ສະຫາຍ ໂດຍເລືອກເອົາສະຫາຍ ບົວຄົງ ນາມມະວົງ, ສະຫາຍ ເຂິງຄຳ ແກ້ວໜູຈັນ, ສະຫາຍ ວິແກ້ວ ບຸບຜາວັນ, ສະຫາຍ ບຸນຍົງ ສີສຸພັນ, ສະຫາຍ ນາງ ອຳມາລາ ແກ້ວໜູຈັນ, ສະຫາຍ ຄົມສັນ ໄຊຍະສານ, ສະຫາຍ ໂຈມ ຂະທຸມພົມ, ສະຫາຍ ຊາຍຄຳ ພຸດທະວົງ, ສະຫາຍ ນາງ ວິລະສະຕີ ສົມບູນຂັນ, ສະຫາຍ ນິມມະວົງ ອິນທະວົງ, ສະຫາຍ ປາດຖະໜາ ສຸກອາລຸນ, ສະຫາຍ ສົມຄວນ ມາສຸວັນ ແລະ ສະຫາຍ ສອນສະໄໝ ວໍລະສານ. ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ໄດ້ລົງປະຊາມະຕິເປັນເອກະພາບ ເລືອກເອົາຄະນະປະຈໍາພັກ ຫສນຍ ຈໍານວນ 3 ສະຫາຍ ຄື: ສະຫາຍ ບົວຄົງ ນາມມະວົງ, ສະຫາຍ ເຂິງຄໍາ ແກ້ວໜູຈັນ ແລະ ສະຫາຍ ວິແກ້ວ ບຸບຜາວັນ; ກອງປະຊຸມໃຫຍ່ ໄດ້ເປັນເອກະສັນເລືອກເອົາສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກ ຫສນຍ, ສະຫາຍ ເຂິງຄຳ ແກ້ວໜູຈັນ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ວິແກ້ວ ບຸບຜາວັນ ເປັນປະທານຄະນະກວດກາພັກ, ສະຫາຍ ປາດຖະໜາ ສຸກອາລຸນ ແລະ ສະຫາຍ ນາງ ດາລາພອນ ຄໍາມູນເຮືອງ ເປັນຮອງປະທານຄະນະກວດກາພັກ. ກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ສະຫາຍ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ທົ່ວອົງຄະນະພັກ ຫສນຍ ປະຕິບັດໄດ້ ໃນໄລຍະຜ່ານມາ, ພ້ອມທັງ ຍົກໃຫ້ເຫັນບັນດາຈຸດອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນ. ສະຫາຍ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ເພີ່ມທະວີນຳພາວຽກງານຮອບດ້ານ ໂດຍເລີ່ມຈາກການປັບປຸງພາຍກົງຈັກພັກພາຍໃນ ບົນຈິດໃຈຄຳຂວັນ: “ຍົກສູງຄວາມສາມາດການນຳພາທີ່ເຂັ້ມແຂງຂອງຄະນະພັກແຕ່ລະຂັ້ນ, ຄວາມເປັນແບບເປັນນຳໜ້າຂອງສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງ ຂອງຫ້ອງ ຫສນຍ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງ” ເວົ້າລວມ, ເວົ້າສະເພາະ ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ກໍ່ພັກດ້ານການເມືອງ-ແນວຄິດ; ປັບປຸງຍົກສູງຄວາມເຊື່ອໝັ້ນຢ່າງຕາຍໃຈ, ມີຄວາມເປັນເອກະພາບສູງຕໍ່ແນວທາງ, ທິດທາງທີ່ພັກ ແລະ ລັດວາງອອກ ບົນພື້ນຖານສ້າງຄວາມຕັດສິນໃຈເດັດດ່ຽວຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ; ຍູ້ແຮງຄວາມຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການກໍ່ສ້າງພັກດ້ານການຈັດຕັ້ງ ໂດຍປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນໍາ ຂອງພັກ; ຕັ້ງໜ້າປັບປຸງແບບແຜນ ວິທີນໍາພາຂອງອົງຄະນະພັກ ເປັນຕົ້ນ: ນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັບກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ; ຕ້ອງເອົາໃຈໃສ່ວຽກພະນັກງານ ຢ່າງຈິງຈັງ ໂດຍສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງໃນທຸກຂອດ; ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ; ລົງເລິກວຽກງານການເມືອງ-ແນວຄິດ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ໃຫ້ມີລັກສະນະຕັ້ງໜ້າ ແລະ ເຂັ້ມແຂງກວ່າເກົ່າ, ສ້າງຄວາມສາມັກຄີ ແລະ ມີການຄົ້ນຄວ້າປັບປຸງວິທີການເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ຕິດພັນກັບການກໍ່ສ້າງ ແລະ ຝຶກອົບຮົມພະນັກງານ ໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຍຸຕິທໍາ, ມີນໍ້າໃຈເສຍສະຫຼະ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ; ເອົາໃຈໃສ່ຕິດຕາມ ແລະ ກວດກາຄວາມຮັບຜິດຊອບທາງການເມືອງ ຂອງສະມາຊິກພັກ, ພະນັກງານ ຢ່າງເປັນປົກກະຕິ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ, ຫັນເປັນທັນສະໄໝ ໄປຄຽງຄູ່ກັບການປັບປຸງນິຕິກໍາ ລະບຽບການຕ່າງໆ ໃຫ້ຮັດກຸມ; ປັບປຸງກົນໄກປະສານງານໃຫ້ຄ່ອງຕົວ, ວ່ອງໄວ, ໂລ່ງລ່ຽນ, ສ້າງລະບອບປະຊຸມລາຍງານສ່ອງແສງເປັນປະຈໍາ; ເພີ່ມທະວີການນໍາພາ ອົງການຈັດຕັ້ງມະຫາຊົນ ໃຫ້ກາຍເປັນກຳລັງແຮງສັງລວມຂອງພັກ ເພື່ອສ້າງ ແລະ ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ ແລະ ປະກອບສ່ວນສຳຄັນໃນຂະບວນການຕ່າງໆຂອງຊາດ; ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາທິດທາງຂອງລາຍງານການເມືອງ ແລະ ແຜນພັດທະນາ ທີ່ໄດ້ກຳນົດໄວ້ ໂດຍມີການລົງເລິກຕິດຕາມ, ກວດກາ, ປະເມີນຜົນ ວຽກງານແຕ່ລະດ້ານ; ໃຫ້ເອົາໃຈໃສ່ທີ່ສຸດ ກາຍເປັນເສນາທິການດ້ານເນື້ອໃນ ຕ້ອງມີການວິເຄາະ, ວິໄຈ, ກັ່ນຕອງ ຂໍ້ມູນ-ຂ່າວສານ, ສະພາບຄວາມບໍ່ສະຫງົບ ແລະ ປາກົດຫຍໍ້ທໍ້ຕ່າງໆ ຕະຫຼອດຮອດສະພາບພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ ພາຍໃນ ແລະ ຕ່າງປະເທດ, ສະເໜີວິທີແກ້ໄຂ ດ້ວຍເນື້ອໃນທີ່ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ມີວິທະຍາສາດ, ຕາມແນວທາງນະໂຍບາຍ, ລະບຽບກົດໝາຍ, ມີຄວາມເປັນທຳ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ຮັກສາໄດ້ຄວາມລັບ; ເອົາໃຈໃສ່ສ້າງ ແລະ ປັບປຸງໂຄງການດໍາເນີນງານ, ແຜນການເຄື່ອນໄຫວວຽກງານຂອງລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ແຕ່ລະໄລຍະໃຫ້ລະອຽດ ແລະ ສອດຄ່ອງກວ່າເກົ່າ; ຊ່ວຍອຳນວຍຄວບຄຸມ, ຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ໃຫ້ເປັນໄປໃນລວງດຽວກັນ ກັບແຜນຂອງລັດຖະບານ; ຍົກສູງຄວາມສາມາດ ເປັນເສນາທິການຊ່ວຍນາຍົກ-ບັນດາຮອງນາຍົກລັດຖະມົນຕີ ໃນການກະກຽມ ແລະ ດຳເນີນກອງປະຊຸມສໍາຄັນຕ່າງໆ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ, ປະຊຸມໜ້ອຍ ແຕ່ແກ້ໄຂໄດ້ຫຼາຍວຽກ-ຫຼາຍບັນຫາ, ທັນກັບສະພາບການ; ເພີ່ມທະວີວຽກງານຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ແຕ່ລະໄລຍະ ໃຫ້ໄປຕາມຄາດໝາຍ; ເພີ່ມທະວີການປະສານງານ ກັບກະຊວງ-ອົງການ, ທ້ອງຖິ່ນ ແລະ ຂະແໜງການທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນປະຕິບັດພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ສູງຂຶ້ນກວ່າເກົ່າ; ສືບຕໍ່ຫັນວຽກງານ ຫສນຍ ແລະ ການບໍລິຫານລັດ ເປັນທັນສະໄໝ; ຍົກສູງບົດບາດ ວຽກງານປະຊາສຳພັນ, ວຽກໂຄສົກລັດຖະບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ຕ້ອງວ່ອງໄວ ແລະ ຮັບປະກັນຄຸນນະພາບ ດ້ວຍລັກສະນະປ້ອງກັນ ແລະ ລັກສະນະຕໍ່ສູ້, ທັງສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ສັງຄົມ ແລະ ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ. ສຳລັບຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ໃຫ້ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນໂຄງການ, ແຜນງານ ເປັນອັນລະອຽດ ສອດຄ່ອງກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຍູ້ແຮງຂະບວນການ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກງານເສນາທິການຮັບໃຊ້ລັດຖະບານ; ຮີບຮ້ອນແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ; ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ຫຼັກການ, ລະບອບແບບແຜນ ວິທີນຳພາຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ສືບຝຶກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ສາມັກຄີຮັກແພງ ຈິງໃຈຊ່ວຍເຫຼືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ; ເປັນແບບເປັນຢ່າງຈັດຕັ້ງປະຕິບັດກົດລະບຽບພັກ, ລະບຽບກົດໝາຍຂອງລັດ; ຕິດຕາມ, ຊຸກຍູ້ການຈັດຕັ້ງ, ພະນັກງານ, ສະມາຊິກພັກ ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີທັດສະນະ ແລະ ການກະທຳທີ່ຖືກຕ້ອງ, ຕ້ານປາກົດຫຍໍ້ທໍ້ທຸກຮູບແບບ, ດໍາລົງຊີວິດປອດໃສ, ປະຢັດ, ອົດທົນ ເປັນແບບເປັນຢ່າງໃນທຸກຂົງເຂດວຽກງານ, ຫຼີກລ່ຽງ ພະຍາດອາດຍາສິດ, ສ້າງກຸ່ມກ້ອນ, ຈຸ້ມເຈື້ອເຊື້ອສາຍຄົນເຈົ້າຄົນຂ້ອຍ, ສ້າງຜົນປະໂຫຍດສ່ວນຕົວ ແລະ ພັກພວກ ທີ່ຈະກະທົບຕໍ່ບົດບາດ, ອິດທິພົນ ແລະ ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ; ພົວພັນຮ່ວມມືກັບພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດເພື່ອນມິດຍຸດທະສາດ ແລະ ປະເທດອື່ນໆ ເພື່ອຍາດແຍ່ງການຊ່ວຍເຫຼືອ, ເພື່ອຮຽນຮູ້, ການຝຶກອົບຮົມ ແລະ ຖອດຖອນບົດຮຽນທີ່ກ້າວໜ້າ ມາໝູນໃຊ້ກັບວຽກງານຂອງຕົນ ຕິດພັນກັບມີສະຕິລະວັງຕົວ ແລະ ມີທັດສະນະທີ່ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ.

ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ ຫສນຍ