Sunday, September 28, 2025
Homeຂ່າວພາຍໃນບັນດາສື່ມວນຊົນຈາກອາຊີຕາເວັນອອກສ່ຽງໃຕ້ ຢ້ຽມຢາມປະເທດອິນເດຍ.

ບັນດາສື່ມວນຊົນຈາກອາຊີຕາເວັນອອກສ່ຽງໃຕ້ ຢ້ຽມຢາມປະເທດອິນເດຍ.

ລະຫວ່າງວັນທີ 24 ກັນຍາ ຫາ 2 ຕຸລາ 2025, ທີ່ນະຄອນຫລວງນິວເດັນລີ, ປະເທດອິນເດຍ ບັນດາສື່ມວນຊົນຈາກອາຊຽນ ຈຳນວນ 27 ຄົນ, ໃນນີ້ຈາກລາວ 3 ຄົນ ຄື:ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເດີນທາງໄປພົບປະ ແລະ ຢ້ຽມຢາມປະເທດອິນເດຍ ເພື່ອແລກປ່ຽນບົດຮຽນຮ່ວມກັບບັນດາຊ່ຽວຊານ ອົງການຈັດຕັ້ງ ແລະ ສະຖາບັນຕ່າງໆໃນປະເທດອິນເດຍ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການພົວພັນຮ່ວມມືໃຫ້ດີຂື້ນ, ໂດຍແມ່ນກະຊວງການຕ່າງປະເທດອິນເດຍເປັນເຈົ້າພາບ.

ຄະນະສື່ມວນຊົນຈາກອາຊຽນ ໄດ້ຢ້ຽມຢາມແລກປ່ຽນບົດຮຽນຢູ່ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານ ແລະ ການພັດທະນາ ປະເທດອິນເດຍ, ໂຄງການຮ່ວມມືການກໍ່ສ້າງພື້ນຖານທີ່ທົນທານຕໍ່ໄພພິບັດ, ສະພາອຸດສະຫະກຳການຄ້າອິນເດຍ, ສະຖາບັນວິໄຈທາງການແພດແຫ່ງຊາດ, ສູນການສຳຫຼວດທາງບູຮານສະຖານແຫ່ງຊາດ, ສູນຂໍ້ມູນຂ່າວສານດ້ານພູມສາດມະຫາສະໝຸດອິນເດຍ, ສູນຜະລິດຕະພັນສິນຄ້າໜື່ງເມືອງໜື່ງຜະລິດຕະພັນ, ອົງການວິໄຈອາວະກາດອິນເດຍ, ສະຖາບັນວິທະຍາສາດແຫ່ງຊາດປະຈຳບັງກາລໍ, ສະຖາບັນການຈັດການແຫ່ງຊາດ ປະຈຳບັງກາລໍ, ບໍລິສັດຮິນດູສະຖານແອໂຣເນີຕິກຈຳກັດ, ມະຫາວິທະຍາໄລແຫ່ງຊາດ ປະຈຳບັງກາລໍ ແລະ ສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກທາງວັດທະນະທຳຂອງອິນເດຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments