Tuesday, September 23, 2025
Homeຂ່າວຕ່າງປະເທດUN ເປີດເຜີຍຊັ້ນໂອໂຊນຂອງໂລກກຳລັງຟື້ນຕົວ

UN ເປີດເຜີຍຊັ້ນໂອໂຊນຂອງໂລກກຳລັງຟື້ນຕົວ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆ ມານີ້ວ່າ: ອົງການອຸຕຸນິຍົມວິທະຍາໂລກລາຍງານວ່າ, ຊັ້ນໂອໂຊນທີ່ເຮັດໜ້າທີ່ເປັນບ່ອນປ້ອງກັນໂລກຈາກລັງສີ ultraviolet (UV) ກໍາລັງຟື້ນຕົວ ແລະ ຮູໂອໂຊນໃນປີ 2024 ມີຂະໜາດນ້ອຍກວ່າປີຜ່ານມາ.

ບົດລາຍງານ Ozone Bulletin ຂອງອົງການດັ່ງກ່າວລະບຸວ່າ: ການຟື້ນຕົວຂອງຊັ້ນໂອໂຊນໃນປີ 2024 ສ່ວນໜຶ່ງແມ່ນມາຈາກປັດໄຈທາງທໍາມະຊາດໃນຊັ້ນບັນຍາກາດ ຊຶ່ງເຮັດໃຫ້ເກີດການເໜັງຕີງໃນແຕ່ລະປີ, ແຕ່ວ່າທ່າອ່ຽງທາງບວກໃນໄລຍະຍາວ ໄດ້ສະທ້ອນເຖິງຜົນສໍາເລັດຂອງຄວາມພະຍາຍາມຮ່ວມກັນໃນລະດັບສາກົນ.

ບົດລາຍງານດັ່ງກ່າວໄດ້ເປີດເຜີຍ ໃນວັນທີ 16 ກັນຍາ ຜ່ານມາ ຊຶ່ງກົງກັບວັນໂອໂຊນໂລກ (World Ozone Day) ແລະ ວັນຄົບຮອບ 40 ປີຂອງສົນທິສັນຍາວຽນນາ ທີ່ຍອມຮັບວ່າການທຳລາຍຊັ້ນໂອໂຊນໃນຊັ້ນບັນຍາກາດ Stratosphere ເປັນບັນຫາລະດັບໂລກ ແລະ ສະເໜີກອບການຮ່ວມມືສາກົນໃນການຄົ້ນຄວ້າ, ການສັງເກດການຢ່າງເປັນລະບົບ ແລະ ການປະເມີນທາງວິທະຍາສາດກ່ຽວກັບໂອໂຊນ.

ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວວ່າ: ກ່ອນນີ້ 40 ປີ, ບັນດາປະເທດໄດ້ປະຕິບັດບາດກ້າວທຳອິດເພື່ອປົກປັກຮັກສາຊັ້ນໂອໂຊນ. ສົນທິສັນຍາວຽນນາ ແລະ ອະນຸສັນຍາມອນເຕີເຣລ ໄດ້ກາຍເປັນຂີດໝາຍຂອງຄວາມສຳເລັດພະຫຸພາຄີ ຊຶ່ງການຟື້ນຕົວຂອງຊັ້ນໂອໂຊນໃນປັດຈຸບັນແມ່ນຜົນສໍາເລັດທີ່ສະແດງໃຫ້ເຫັນວ່າເມື່ອປະເທດຕ່າງໆປະຕິບັດຕາມຄໍາເຕືອນຂອງວິທະຍາສາດ, ຄວາມກ້າວໜ້າສາມາດເປັນໄປໄດ້.

ອະນຸສັນຍາມອນເຕີເຣລ ໄດ້ສົ່ງຜົນໃຫ້ມີການຢຸດເຊົາການຜະລິດ ແລະ ຢຸດໃຊ້ສານທຳລາຍໂອເຊນທີ່ຢູ່ພາຍໃຕ້ການຄວບຄຸມແລ້ວ ຫຼາຍກວ່າ 99%. ສານເຫຼົ່ານີ້, ເຄີຍຖືກນໍາໃຊ້ໃນລະບົບເຮັດຄວາມເຢັນ, ເຄື່ອງປັບອາກາດ, ໂຟມດັບເພີງ ແລະ ສະເປສີດຜົມ, ສົ່ງຜົນໃຫ້ຊັ້ນໂອໂຊນມີທ່າອ່ຽງທີ່ຈະຟື້ນຕົວສູ່ລະດັບ ປີ 1980 ພາຍໃນໄລຍະກາງສະຕະວັດນີ້ ຊຶ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເປັນມະເຮັງຜິວໜັງ, ຕາຕໍ້ (cataracts) ແລະ ຄວາມເສຍຫາຍຕໍ່ລະບົບນິເວດວິທະຍາທີ່ເກີດຈາກການສຳຜັດຣັງສີ ultraviolet ຫຼາຍເກີນໄປ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments