Tuesday, September 23, 2025
Homeຂ່າວພາຍໃນກອງປະຊຸມໃຫຍ່ຜູ້ແທນພະສົງ ເຫັນດີຮັບຮອງເອົາພະອາຈານ ສີປະເສີດ ໄຊຍະປັນຍາ ເປັນປະທານ ອພສ ແຂວງ

ກອງປະຊຸມໃຫຍ່ຜູ້ແທນພະສົງ ເຫັນດີຮັບຮອງເອົາພະອາຈານ ສີປະເສີດ ໄຊຍະປັນຍາ ເປັນປະທານ ອພສ ແຂວງ

ກອງປະຊຸມໃຫຍ່ຜູ້ແທນພະສົງ ແຂວງສາລະວັນ ສະໄໝທີ IX ໄດ້ຈັດຂຶ້ນໃນວັນທີ 19 ກັນຍາຜ່ານມາ ທີ່ສະໂມສອນຂອງແຂວງ, ໂດຍການເປັນປະທານຂອງ ພະອາຈານ ຄໍາເປ ຈັນທະຈອນ ຮັກສາການ ປະທານອົງການພຸດທະສາດສະໜາສຳພັນລາວ (ອພສ) ແຂວງສາລະວັນ, ເປັນກຽດເຂົ້າຮ່ວມ ຂອງພະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານ ສູນກາງ ອພສ, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງແຂວງສາລະວັນ, ມີພະອາຈານທີຖືກເຊີນຈາກສູນກາງ ແລະ ບັນດາແຂວງພາກໄຕ້ ເຂົ້າຮ່ວມ.

ພະອາຈານ ແສງມະນີ ສຸວິໄລຄໍາ ໄດ້ຜ່ານບົດສະຫຼຸບ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ (2026-2030) ຂອງ ອພສ ແຂວງ ຕະຫຼອດໄລຍະ 5 ປີ ຜ່ານມາໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານວຽກງານຂອງພະສົງ ແລະ ຄຸ້ມຄອງອົງການພຸດທະສາສະໜາ ທັງເຜີຍແຜ່ສິນລະທໍາ ຄໍາສອນຂອງອົງສັມມາສັມພຸດທະເຈົ້າ ແລະ ເຕົ້າໂຮມຄວາມສາມັກຄີພຸດທະສະນິກະຊົນບັນດາເຜົ່າທັງຫຼາຍ, ເອົາໃຈໃສ່ເທດສະໜາສັ່ງສອນໃຫ້ພະສົງ-ສາມະເນນ ຕັ້ງໝັ້ນໃນພຣະທັມ-ວິໄນຢ່າງເຄັ່ງຄັດ ແລະ ລະບຽບກົດໝາຍຂອງບ້ານເມືອງ, ເພື່ອເຮັດໃຫ້ພຣະສົງ-ສາມະເນນມີລະບຽບວິໄນ, ຢຶດໝັ້ນໃນສິນທັມ ແລະ ຍັງໄດ້ກຳນົດເອົາວັນສິນ, ວັນບຸນປະເພນີຕ່າງໆ ເປັນໂອກາດເຜີຍແຜ່ຫຼັກທັມຄໍາສອນ ຂອງພະສັມມາສັມພຸດທະເຈົ້າກໍຄື ສິນ 5, ສິນ 8 ໃຫ້ອອກຕົນຍາດໂຍມພາຍໃນຂອບເຂດແຂວງ ຢ່າງຕໍ່ເນື່ອງ ເພື່ອປູກຈິດສໍານຶກໃຫ້ແກ່ພຸດທະສາສະນິກະຊົນ ກະຕັນຍູກະຕະເວທີຕໍ່ບຸບພະກາລີ, ເຄົາລົບຕໍ່ຜູ້ອາວຸໂສ ແລະ ສັ່ງສອນອອກຕົນຍາດໂຍມໃຫ້ຮັບຮູ້ເຖິງ ບາບບຸນ ຄຸນໂທດ, ການກະທໍາສິ່ງທີ່ຜິດຕໍ່ຮີດຄອງປະເພນີ ແລະ ລະບຽບກົດໝາຍ ບ້ານເມືອງ. ນອກນັ້ນ, ໄດ້ມີການສົມທົບກັບອົງການຈັດຕັ້ງພັກ-ລັດ ແລະ ນໍາພາອອກຕົນຍາດໂຍມສືບຕໍ່ສ້າງສາພັດທະນາ, ບູລະນະປະຕິສັງຂອນວັດວາອາຮາມ ເຊັ່ນ: ສ້າງຫໍກອງ, ກຸຕິ, ກຳແພງວັດ, ສ້າງປະຕູໂຂງ, ສ້າງຫໍພະ-ພະພຸດທະຮູບ ແລະ ດ້ານອື່ນໆ, ທັງໄດ້ເຄື່ອນໄຫວວຽກງານການຕ່າງປະເທດ ຕາມພາລະບົດບາດໃນການຄຸ້ມຄອງ. ຄຽງຄູ່ກັນນັ້ນ, ກໍຍັງໄດ້ເອົາໃຈໃສ່ວຽກງານສັງຄົມສົງເຄາະ ຊ່ວຍເຫຼືອສັງຄົມ ໃນທົ່ວແຂວງສາລະວັນ ທັງດ້ານວັດຖຸ ແລະ ປັດໃຈ ລວມມູນຄ່າເກືອບ 3 ຕື້ກີບ. ວຽກງານດ້ານອື່ນໆ ກໍໄດ້ເຄື່ອນໄຫວປະຕິບັດ ຢ່າງມີຜົນສຳເລັດເປັນກ້າວໆໃນແຕ່ລະໄລຍະ.

ທົ່ວແຂວງສາລະວັນ ມີວັດ 388 ແຫ່ງ, ວັດຮ້າງ 50 ແຫ່ງ, ສ້າງໃໝ່ 6 ແຫ່ງ, ມີພະສົງ-ສາມະເນນ 1,368 ອົງ, ມີໂຮງຮຽນສົງທັງໝົດ 5 ແຫ່ງ ຄື: ມຕ ສົງ ເມືອງຄົງເຊໂດນ, ເມືອງລະຄອນເພັງ, ເມືອງເລົ່ງາມ, ເມືອງວາປີ ແລະ ມສ ສົງ ເມືອງສາລະວັນ, ມີນັກຮຽນທັງໝົດ 413 ອົງ.

ກອງປະຊຸມຄັ້ງນີ້, ເຫັນດີເປັນເອກະພາບຮັບຮອງ ເອົາຄະນະບໍລິຫານງານ ອພສ ແຂວງສາລະວັນ ຈຳນວນ 25 ອົງ, ຮັບຮອງເອົາຄະນະບໍລິຫານງານປະຈໍາການ ອພສ ແຂວງ 7 ອົງ, ຮັບຮອງເອົາ ຄະນະປະທານຄະນະບໍລິຫານງານ ອພສ ແຂວງ 4 ອົງ ມີຄື: ໂດຍເຫັນດີເລືອກເອົາ ພະອາຈານ ສີປະເສີດ ໄຊຍະປັນຍາ ເປັນປະທານ ອພສ ແຂວງສາລະວັນ ຊຸດໃໝ່, ພະອາຈານ ສູນທອນ ຈັນທະວັງໂສ, ພະອາຈານ ແສງມະນີ ສຸວິໄລຄໍາ ແລະ ພະອາຈານ ບຸນເລີດ ສີສຸລາດ ເປັນຮອງປະທານ ອພສ ແຂວງ ສະໄໝທີ IX.

(ຂ່າວ-ພາບ: ວິໄລວອນ ສິດທິໄຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments