Thursday, September 18, 2025
Homeຂ່າວການເມືອງຜູ້ແທນລາວ ຮ່ວມກອງປະຊຸມວ່າດ້ວຍການຮ່ວມມືບັນດາປະເທດດ້ອຍພັດທະນາ

ຜູ້ແທນລາວ ຮ່ວມກອງປະຊຸມວ່າດ້ວຍການຮ່ວມມືບັນດາປະເທດດ້ອຍພັດທະນາ

ເມື່ອບໍ່ດົນມານີ້, ຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມລະດັບສູງວ່າດ້ວຍການຮ່ວມມືຂອງບັນດາປະເທດດ້ອຍພັດທະນາ ພາຍໃຕ້ໂຄງການເຊື່ອມໂຍງເຂົ້າສາກົນທາງດ້ານການຄ້າ ຢູ່ເຈນີວາ, ປະເທດສະວິດ.

ທ່ານ ມະໂນທອງ ວົງໄຊ ໄດ້ກ່າວໃນກອງປະຊຸມວ່າ: ໂຄງການເຊື່ອມໂຍງເຂົ້າສາກົນ ທາງດ້ານການຄ້າ (Enhanced Integrated Framework: EIF) ໄດ້ສ້າງເງື່ອນໄຂສໍາຄັນໃຫ້ ສປປ ລາວ ໃນການຍົກລະດັບບົດບາດຂະແໜງການຄ້າ ໃຫ້ກາຍເປັນກົນໄກຂັບເຄື່ອນການເຊື່ອມໂຍງເສດຖະກິດກັບ ພາກພື້ນ ແລະ ສາກົນ ປະກອບສ່ວນສໍາຄັນຕໍ່ການເຕີບໂຕແບບຍືນຍົງ ແລະ ຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນ.

ຜ່ານການຈັດຕັ້ງປະຕິບັດໂຄງການ ໄລຍະທີ 2, ສປປ ລາວ ສາມາດດຶງດູດການລົງທຶນ, ຂະ ຫຍາຍການສົ່ງອອກໃນຂະແໜງເປົ້າໝາຍ ແລະ ສ້າງລາຍຮັບແກ່ຄອບຄົວຜູ້ທຸກຍາກ ໂດຍສະເພາະແມ່ຍິງ ໃນສາມແຂວງພາກເໜືອ ຜ່ານຂໍ້ລິເລີ່ມໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງທຸລະກິດກະສິກຳ ແລະ ຫັດຖະກຳ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການເຊື່ອມໂຍງເຂົ້າສາກົນທາງດ້ານການຄ້າ ໄລຍະທີ 3 ແລະ ຈະເອົາໃຈໃສ່ຮ່ວມເຮັດວຽກຢ່າງໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ເພື່ອສານຕໍ່ວິໄສທັດຮ່ວມໃນການ ພັດທະນາການຄ້າແບບຍືນຍົງ ແລະ ທົ່ວເຖິງ.

ຂໍ້ມູນ-ພາບ: ຂ່າວສານ ອຄ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments