Tuesday, September 16, 2025
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຊົ່ວຄາວ ເນປານ ປະກາດບຸລິມະສິດໃນອາຍຸການ 6 ເດືອນ

ນາຍົກລັດຖະມົນຕີຊົ່ວຄາວ ເນປານ ປະກາດບຸລິມະສິດໃນອາຍຸການ 6 ເດືອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 14 ກັນຍາ ຜ່ານມາ, ໃນບົດກ່າວປາໄສຕໍ່ມະຫາຊົນ, ທ່ານນາງ ຊູຊິລາ ກາຣກິ ນາຍົກລັດຖະມົນຕີຊົ່ວຄາວ ເນປານ, ໄດ້ຍົກບັນດາບຸລິມະສິດການບໍລິຫານປະເທດຂອງຕົນໃນໄລຍະ 6 ເດືອນທີ່ຈະມາເຖິງ. ໃນນັ້ນ, ລັດຖະບານຊົ່ວຄາວໂດຍທ່ານນາງ ຊູຊິລາ ກາຣກິ ຈະສຸມໃສ່ຄວາມສາມັກຄີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກການຜັນແປດ້ານການເມືອງທີ່ຜ່ານມາ, ສ້າງສາ ແລະ ຮັກສາເສດຖະກິດໃຫ້ເປັນປົກກະຕິ.

ທ່ານນນາງ ຊູຊິລາ ກາຣກິ ເນັ້ນໜັກວ່າ: ຄະນະລັດຖະບານຂ້າມຜ່ານພຽງແຕ່ກໍາອໍານາດຄຸ້ມຄອງບໍລິຫານປະເທດໃນເວລາ 6 ເດືອນ, ຫຼັງຈາກນັ້ນຈະມອບສິດອຳນາດໃຫ້ສະພາແຫ່ງຊາດໃໝ່ທີ່ໄດ້ເລືອກຕັ້ງໃນເດືອນມີນາ 2026. ທ່ານໃຫ້ຮູ້ວ່າ: ຈະເປີດການສືບສວນບັນດາການກະທໍາ ແລະ ໃຊ້ຄວາມຮຸນແຮງໃນໄລຍະຜ່ານມາຢ່າງຮອບດ້ານ. ສິ້ນສຸດບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຮ່ວມແຮງຮ່ວມໃຈສ້າງ ເນປານ ຄືນໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments