Tuesday, September 16, 2025
Homeຂ່າວຕ່າງປະເທດເນປານ ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ

ເນປານ ແຕ່ງຕັ້ງນາຍົກລັດຖະມົນຕີຊົ່ວຄາວ

ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ນາງ ສຸຊີລາ ກຣາກີ (Sishila Karki) ໄດ້ເຂົ້າພິທີສາບານຕົວ ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ເນ ປານ ຊົ່ວຄາວ ຊຶ່ງຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທຳນຽບປະທານາທິບໍດີ ເນປານ. ທ່ານ ນາງ ສຸຊີລາ ກາຣກີ( Sishila Karki), ອະດີດປະທານສານສູງ ສຸດ ເນ ປານ ໄດ້ກາຍເປັນແມ່ຍິງ ຜູ້ທຳອິດ ນຳໜ້າອົງການບໍລິຫານ ຂອງປະເທດ ນີ້, ຮັບຜິດຊອບນຳພາ ລັດຖະບານ ໄລຍະຂ້າມຜ່ານ ໃນຊຸມເດືອນຈະມາເຖິງ ໂດຍມີ ທ່ານ ຣາມ ຈັນດຣາ ພໍເດລ(Ram Chandra Paudel) ປະທານາທິບໍດີ ເນປານ ໄດ້ເປັນປະທານພິທີສາບານຕົວ ຮັບດຳລົງ ຕຳແໜ່ງ ແລະ ຮຽກ ຮ້ອງໃຫ້ ທ່ານ ນາງ Sishila Karki “ກອບກູ້ເອົາ ປະເທດຊາດ” ແລະ ອວຍ ພອນ ໃຫ້ປະສົບຜົນສຳເລັດ ໃນໜ້າທີ່ໃໝ່ ຄັ້ງນີ້ິ້.ບັນດາຜູ້ເຂົ້າຮ່ວມຂະ ບວນ ການ ແຫ່ຂະບວນ“ລຸ້ນ Gen Z”ໄດ້ຄັດເລືອກໃຫ້ ທ່ານ ນາງ Sishila Karki ດຳລົງຕຳແໜ່ງ ນາຍົກລັດຖະ ມົນຕີ ຊົ່ວຄາວ ໃນການປ່ອນບັດ ທາງສື່ສັງຄົມ ອອນລາຍ Discord.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments