Tuesday, September 16, 2025
Homeຂ່າວໜ້າໜຶ່ງທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ 3 ກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI

ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ 3 ກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI

ອົງຄະນະພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ(ຫສນຍ) ຈັດກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ທີ່ອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍ ສະໄໝທີ VI ຮອບທີ 3 ໃນຕອນຊົ້າວັນທີ 15 ກັນຍາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ; ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ;​ ບັນດາສະຫາຍ ກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຄະນະຮັບຜິດຊອບ ຕິດຕາມ-ຊຸກຍູ້ການກະກຽມດ້ານເນື້ອໃນ ແລະ ບຸກຄະລາກອນ ຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ແທນສົມບູນ ທີ່ມີສິດປ່ອນບັດທາມທາບ ເຂົ້າຮ່ວມ.

ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຟັງການສະເໜີຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ໄລຍະປີ 2026-2030 ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V. ຫລັງຈາກນັ້ນ, ຜູ້ແທນສົມບູນ ໄດ້ປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ໃສ່ບັນດາເອກະສານສຳຄັນ ທີ່ໄດ້ນຳມາສະເໜີຕໍ່ກອງປະຊຸມ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ. ພ້ອມກັນນັ້ນ, ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນການດຳເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ຫສນຍ ທ້າຍສະໄໝທີ V ແລະ ການນໍາພາດ້ານການເມືອງ-ແນວຄິດ ຂອງຄະນະບໍລິຫານງານພັກ ຫສນຍ ເຊິ່ງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຄົ້ນຄວ້າ, ຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ V ຂອງຄະນະບໍລິຫານງານພັກ ຫສນຍ ແລະ ບັນດາມະຕິ, ຄຳສັ່ງ, ຂໍ້ກໍານົດຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດ, ປັບປຸງແບບແຜນການນຳພາ ຢ່າງເຂັ້ມງວດ ເພື່ອເປັນພື້ນຖານໃນການຫັນປ່ຽນ ແລະ ກໍານົດການສ້າງວິໄສທັດພາຍໃນຄະນະພັກ, ເຮັດໃຫ້ສະມາຊິກພັກ ຕະຫລອດຮອດພະນັກງານ-ລັດຖະກອນ ມີຄວາມໜັກແໜ້ນເຂັ້ມແຂງ, ມີທັດສະນະຫລັກໝັ້ນຖືກຕ້ອງ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ສັດຊື່ບໍລິສຸດ, ຍົກສູງຄວາມຮູ້-ຄວາມສາມາດການນຳພາຮອບດ້ານ ເປັນແບບຢ່າງນຳໜ້າ ແລະ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ. ຫລັງຈາກນັ້ນ, ສະຫາຍ ຄຳສຸກ ອອຍຍະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ ກໍໄດ້ສືບຕໍ່ຜ່ານມາດຖານ, ເງື່ອນໄຂຄະນະບໍລິຫານງານພັກ ຫສນຍ ແລະ ມາດຖານ, ເງື່ອນໄຂເລຂາ, ຮອງເລຂາ, ຄະນະປະຈຳພັກ, ປະທານ ແລະ ຮອງປະທານຄະນະກວດກາພັກ.

ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດປະຊາທິປະໄຕ ບົນພື້ນຖານຫລັກການທີ່ກຳນົດໄວ້ ແລະ ມີຄຳເຫັນກ່ອນການທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ຫສນຍ ສະໄໝທີ VI ຮອບທີ 3 ໃນບາງບັນຫາ ເປັນຕົ້ນ ບຸກຄະລາກອນ ທີ່ຈະອອກຮັບສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍ ຕ້ອງເປັນບຸກຄົນທີ່ດີເດັ່ນທີ່ສຸດ, ມີຄຸນທາດການເມືອງໜັກແໜ້ນ, ມີຫລັກໝັ້ນ ຊົນຊັ້ນທີ່ຈະແຈ້ງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ທີ່ພົ້ນເດັ່ນ ແລະ ສົມຄູ່ກັບໜ້າທີ່ການເມືອງທີ່ຖືກມອບໝາຍ, ເອົາການເຕີບໃຫຍ່ຂະຫຍາຍຕົວ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເປັນໄມ້ຫລາວັດແທກ ແລະ ສາມາດແບກຫາບໜ້າທີ່ການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ; ຕ້ອງຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້, ຮັບປະກັນໂຄງປະກອບບຸກຄະລາກອນ ໂດຍສະເພາະ ດ້ານເພດ, ເຜົ່າ ແລະ ຮັບປະກັນ 3 ຮຸ່ນ (ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ) ເພື່ອຮັບປະກັນການສືບທອດປ່ຽນແທນ; ການເລືອກເຟັ້ນບຸກຄະລາກອນ ໂດຍສະເພາະ ການທາມທາບ ຮອບທີ 3 ນີ້ ຕ້ອງປະຕິບັດຕາມກົດລະບຽບພັກ, ບັນດານິຕິກຳ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ຂອງສູນກາງພັກວາງອອກຢ່າງເຂັ້ມງວດ, ເດັດຂາດບໍ່ໃຫ້ຄົນບໍ່ດີເຂົ້າໄປໃນການຈັດຕັ້ງຂອງພັກ ດ້ວຍຮູບການຕ່າງໆ ທີ່ບໍ່ຊອບທຳ ເປັນຕົ້ນ ການຊື້ຈ້າງຈອບອອຍ, ການປຸກລະດົມຂົນຂວາຍ, ຈຸ້ມເຈື້ອເຊື້ອສາຍ ແລະ ອື່ນໆ ທີ່ເປັນການສ້າງຄວາມເສື່ອມເສຍ ແກ່ພາບພົດ, ບົດບາດ ແລະ ຄວາມເຊື່ອໝັ້ນສັດທາຂອງມະຫາຊົນຕໍ່ພັກ, ທັງຫລີກລ່ຽງພະຍາດອາຍາສິດ, ສໍ້ລາດບັງຫລວງ, ຂາດຄວາມເປັນແບບຢ່າງ. ນອກນັ້ນ, ການຄັດເລືອກບຸກຄະລາກອນ ຕ້ອງສົມທົບແໜ້ນ ກັບຄະນະຮັບຜິດຊອບຈາກ ຄະນະຈັດສູນກາງພັກ, ຄະນະກວດກາສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ການຄັດເລືອກບຸກຄະລາກອນ ມີຄຸນນະພາບ, ຮັບປະກັນການນຳພາ-ຊີ້ນຳ ມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນຕອນທ້າຍ, ຜູ້ເແທນກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຫສນຍ ສະໄໝທີ VI ຮອບທີ 3 ສໍາເລັດຕາມວາລະທີ່ກໍານົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments