ອົງການປົກຄອງເມືອງຈັນທະບູລີ ກະກຽມຄວາມພ້ອມຮອບດ້ານ ຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII ໂດຍສະເພາະ ການສ້າງຂະບວນການອອກແຮງງານ, ອະນາໄມ ຕາມເສັ້ນທາງຕ່າງໆທີ່ສຳຄັນ ເປັນຕົ້ນ ຖະໜົນ ໄຊເສດຖາທິລາດ, ຖະໜົນສາມແສນໄທ, ຖະໜົນເຕ້ 2, ສ້າງຂະບວນການປະດັບປະດາ ໂດຍຕິດທຸງຊາດ, ທຸງພັກ ແລະ ປ້າຍຄຳຂວັນຢູ່ຕາມບ້ານ, ສຳນັກງານອົງການ ໃນຂອບເຂດເມືອງຈັນທະບູລີ, ພ້ອມທັງປຸກລະດົມໃຫ້ພໍ່-ແມ່ປະຊາຊົນ ມີສ່ວນຮ່ວມ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວມສະຫງົບ.

ທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງ ເມືອງຈັນທະບູລີ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 15 ກັນຍາ 2025 ວ່າ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນວ ຄັ້ງທີ VIII ອົງການປົກຄອງເມືອງຈັນທະບູລີ ໄດ້ນຳພາ-ຊີ້ ນຳຄະນະພັກ, ຄະນະປະຈຳ ຜູ້ທີ່ຊີ້ນຳຢູ່ແຕ່ລະເຂດ, ແຕ່ລະບ້ານປຸກລະດົມຂົນຂວາຍ ໃຫ້ພໍ່-ແມ່ປະ ຊາຊົນມີສ່ວນຮ່ວມໃນການອະນາໄມ ລວງຮ່ອງລະບາດນໍ້າເປື້ອນ ເພື່ອໃຫ້ນໍ້າໄຫລສະດວກ ບໍ່ມີສິ່ງອຸດຕັນຮ່ອງລະບາຍນໍ້າ, ແກ້ໄຂສິ່ງແວດລ້ອມ ຈາກກິ່ນເໝັນຂອງສິ່ງເສດເຫລືອຕ່າງໆ ຢູ່ຕາມທາງຮ່ອມ, ທາງຊອຍໃນຂອບເຂດບ້ານຂອງຕົນ. ພ້ອມນີ້, ກໍໄດ້ຊີ້ນຳໃຫ້ບ້ານຕ່າງໆພາຍໃນເມືອງຈັນທະບູລີ ເອົາ ໃຈໃສ່ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ໃຫ້ປະຊາຊົນແຕ່ລະບ້ານ ໃຫ້ເປັນເຈົ້າການ, ເປັນຫູເປັນຕາ, ຕິດຕາມກຸ່ມຄົນທີ່ບໍ່ດີ ຫວັງສ້າງຂະບວນການຍໍ້ທໍ້ຕ່າງໆ, ໃຫ້ຕິດຕາມຄົນມາພັກເຊົ່າ ຖ້າພົບປະກົດການຫຍັງທີ່ບໍ່ແທດເໝາະ ໃຫ້ລາຍງານຕໍ່ ປກສ ບ້ານ, ປກສ ກຸ່ມ ເພື່ອແກ້ໄຂໃຫ້ທັນການ, ຮັບປະກັນບໍ່ໃຫ້ເກີດປະກົດການຍໍ້ທໍ້ຂຶ້ນໃນໄລຍະກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນຫລວງວຽງຈັນ ຄັ້ງທີ VIII.

ຜ່ານການນຳພາ-ຊີ້ນຳ ຂອງອົງການປົກຄອງ ນະຄອນຫລວງວຽງຈັນ ກໍຄື ອົງຄະນະພັກນະ ຄອນຫລວງວຽງຈັນ ຕະຫລອດໄລຍະ 5 ປີຜ່ານມາ, ເມືອງຈັນທະບູລີ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ໂຄງປະກອບເສດຖະກິດມີການຫັນປ່ຽນ, ຂະແໜງອຸດສາຫະກຳເພີ່ມຂຶ້ນ ສະເລ່ຍ 8,64% ກວມເອົາ 21,72% ຂອງ GDP, ການຄ້າ-ການບໍລິການ ເພີ່ມຂຶ້ນສະເລ່ຍ 14,19% ກວມເອົາ 76,38% ຂອງ GDP ເຖິງຢ່າງໃດກໍຕາມ ຂະແໜງກະສິກຳ ສະເລ່ຍຫລຸດລົງ 0,69% ກວມເອົາ 1,2% ຂອງ GDP, ສຳລັບການລົງທຶນພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສາມາດດຶງດູູດການລົງທຶນ ໃນກິດຈະການສຳປະທານ ແລະ ກິດຈະການທົ່ວໄປ (ບັນຊີຄວບຄຸມ)ໄດ້ 19 ໂຄງການ ມູນຄ່າການລົງທຶນ 1.525,1 ຕື້ກີບ. ໃນນັ້ນ: ກິດຈະການສຳປະທານ 2 ໂຄງການ, ມູນຄ່າການລົງທຶນ 1.473,1 ຕື້ກີບ ລົງທຶນໃນດ້ານອະສັງຫາລິມມະຊັບ; ການລົງທຶນກິດຈະການທົ່ວໄປ (ບັນຊີຄວບຄຸມ) ແມ່ນລົງທຶນໃສ່ໃນຂະແໜງການສຶກສາ, ຂະແໜງການບໍລິການ ມີ 17 ໂຄງການ ມູນຄ່າການລົງທຶນ 51,5 ຕື້ກີບ, ສາມາດດຶງດູດນັກທ່ອງທ່ຽວໄດ້ 1.356.775 ເທື່ອຄົນ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 510,44 ຕື້ກີບ. ນອກຈາກນີ້, ຍັງຊຸກຍູ້ສົ່ງເສີມບັນດາໂຮງງານ ການຜະລິດເປັນສິນຄ້າເພື່ອຈຳໜ່າຍ ເປັນຕົ້ນ ແມ່ນອຸດສາຫະກຳສະບຽງອາຫານ, ອຸດສາຫະກຳເຄື່ອງດື່ມ, ອຸດສາ ຫະກຳເຄື່ອງນຸ່ງຫົ່ມ, ອຸດສາຫະກຳໄມ້ ແລະ ຜະລິດຕະພັນໄມ້ ຜະລິດຕະພັນຫວາຍ, ອຸດສາຫະກຳເຟີນີເຈີ, ຜະລິດຕະພັນເຈ້ຍ ແລະ ອື່ນໆ ເຊິ່ງຈຳນວນໂຮງງານອຸດສາຫະກຳປຸງແຕ່ງ ທີ່ຜະລິດ ແລະ ຈຳໜ່າຍ ມາຮອດປັດຈຸບັນ ສະຖິຕິໂຮງງານອຸດສາຫະກຳປຸງແຕ່ງ ມີຈຳນວນທັງໝົດ 88 ໂຮງງານ, ສາ ມາດຜະລິດສິນຄ້າໄດ້ 13 ລາຍການສິນຄ້າ.