ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບກະຊວງ, ຂະແໜງການຈຳນວນໜຶ່ງ ເພື່ອສືບຕໍ່ຫັນມະຕິກອງປະຊຸມປະຈຳເດືອນສິງຫາ 2025 ຂອງລັດຖະບານ ກ່ຽວກັບວຽກງານຊີ້ນຳ, ບໍລິຫານເສດຖະກິດໃຫ້ເປັນລະອຽດ.
ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ລະດັບເຕີບໂຕແຕ່ 8.3 – 8.5% ໃນປີ 2025, ຮັບປະກັບບັນດາຄວາມດຸ່ນດ່ຽງໃຫຍ່, ມີສະຖຽນລະພາບເພື່ອພັດທະນາ, ພັດທະນາເພື່ອມີສະຖຽນລະພາບ, ພັດທະນາໄວແຕ່ຕ້ອງຍືນຍົງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ທ່ານນັ້ນໜັກວ່າ ຕ້ອງກຳນົດແຈ້ງຈຸດໜັກ, ຈຸດສຸມ, ບຸລິມະສິດ, ມີແຜນການໃຫ້ເໝາະສົມ, ແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການໃນລະບົບການເມືອງ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ.