Friday, September 12, 2025
Homeຂ່າວການເມືອງທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ

ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ

———————————

ໃນວັນທີ 10 ກັນຍາ ຜ່ານມາ ທີ່ ທໍານຽບລັດຖະບານ ທີ່ ນະຄອນຫຼວງແວວລິງຕັນ, ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ຍື່ນສານຕາຕັ້ງ ຕໍ່ ທ່ານ ນາງ ແດມ ຊິນດີ ຄີໂຣ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ນິວຊີແລນ ເພື່ອປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອຈັກກະພົບ ນິວຊີແລນ ໂດຍມີສໍານັກງານຕັ້ງຢູ່ນະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ.

ໃນໂອກາດນີ້, ນາງ ແດມ ຊິນດີ ຄີໂຣ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ຈາຕຸລົງ ບົວສີສະຫວັດ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາເຄືອຈັກກະພົບນິວຊີແລນ. ພ້ອມທັງໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືສອງຝ່າຍ ຕະຫຼອດໄລຍະຫຼາຍກວ່າ 6 ທົດສະວັດ ແຫ່ງການພົວພັນການທູດ ລະຫວ່າງ ສອງປະເທດ ທີ່ ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ສະແດງຄວາມຂອບໃຈ ສປປ ລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ນິວຊີແລນ ໃນເວທີພາກພື້ນ ແລະ ສາກົນ ແລະ ຢືນຢັນວ່າ ນິວຊີແລນ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືສອງຝ່າຍ, ກໍຄືການຮ່ວມມືກັນໃນຂອບຫຼາຍຝ່າຍ, ໂດຍສະເພາະແມ່ນອາຊຽນ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ຈາຕຸລົງ ບົວສີສະຫວັດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງຜູ້ສຳເລັດຣາຊະການ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີທີ່ໄດ້ຖືກມອບໝາຍໃຫ້ປະຕິບັດໜ້າທີ່ເປັນທູດປະຈໍາ ນິວຊີແລນ ແລະ ກຽມພ້ອມປະກອບສ່ວນສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ມີມາຫຼາຍກວ່າ 60 ປີ. ພ້ອມກັນນີ້, ທ່ານທູດຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ກໍຄືປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ກໍຄືການຮ່ວມມືໃນຂອບຫຼາຍຝ່າຍອື່ນໆ.

ສອງປະເທດ ລາວ ແລະ ນິວຊີແລນ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 7 ກຸມພາ 1963 ຊຶ່ງປີ 2025 ນີ້ກໍຄົບຮອບ 62 ປີ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments