————————–
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ຈຸດທີ 4 ຢູ່ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 12 ກັນຍານີ້ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າໜ່ວຍງານທາບທາມຂັ້ນສູນກາງ, ມີບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຄະນະພັກອົງການ, ກອງພົນ, ວິທະຍາຄານ, ໂຮງຮຽນ, ກອງພັນໃຫຍ່ ແລະ ລັດວິສາຫະກິດກອງທັບເຂົ້າຮ່ວມ.

ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫຼ້າມະນີວົງ ໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຖານ ແລະ ເງື່ອນໄຂຂອງຄະນະບໍລິຫານງານສູນກາງພັກ ແລະ ພະນັກງານຂັ້ນຍຸດທະສາດຂອງພັກ-ລັດ ສະໄໝທີ XII.
ສະຫາຍ ພົງຊາຕີ ເຄືອເຂົາວັນ ຮອງຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ແນະນໍາລະບຽບການ, ວິທີການໃຊ້ສິດ ແລະ ແຜນດຳເນີນການໃຊ້ສິດ. ຈາກນັ້ນ, ບັນດາຜູ້ແທນໄດ້ດໍາເນີນການບ່ອນບັດທາບທາມບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 1 ສຳເລັດຕາມລະບຽບການ.