Home ຂ່າວຕ່າງປະເທດ ການທ່ອງທ່ຽວທົ່ວໂລກຂະຫຍາຍຕົວຢ່າງໄວວາໃນເຄິ່ງປີທຳອິດຂອງປີ 2025

ການທ່ອງທ່ຽວທົ່ວໂລກຂະຫຍາຍຕົວຢ່າງໄວວາໃນເຄິ່ງປີທຳອິດຂອງປີ 2025

0
4

ຂ່າວຕ່າງປະເທດລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ອົງການທ່ອງທ່ຽວໂລກ ຂອງອົງການສະຫະປະຊາຊາດ (UNWTO) ໄດ້ລາຍງານວ່າ, ການເດີນທາງທ່ອງທ່ຽວລະຫວ່າງປະເທດທົ່ວໂລກໃນເຄິ່ງທຳອິດຂອງປີ 2025 ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີກາຍ.

ບົດລາຍງານລະບຸວ່າ: ໃນລະຫວ່າງເດືອນມັງກອນ ຫາ ເດືອນມິຖຸນາ, ມີນັກທ່ອງທ່ຽວເດີນທາງໄປຕ່າງປະເທດເກືອບ 690 ລ້ານຄົນ ຊຶ່ງເພີ່ມຂຶ້ນ 33 ລ້ານເທື່ອຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໂດຍທະວີບອາຟຣິກາເພີ່ມຂຶ້ນ 12%, ອາຊີ ແລະ ປາຊີຟິກ ເພີ່ມຂຶ້ນ 11%, ອາຊີຕາເວັນອອກສ່ຽງເໜືອເພີ່ມຂຶ້ນ 20%. ຂະນະທີ່ເອີຣົບ ໄດ້ຕ້ອນຮັບນັກທ່ອງທ່ຽວເກືອບ 340 ລ້ານຄົນ, ເພີ່ມຂຶ້ນ 4%.

ຂ່າວລະບຸວ່າ: ການໃຊ້ຈ່າຍຂອງນັກທ່ອງທ່ຽວກໍເພີ່ມຂຶ້ນຢ່າງເດັ່ນຊັດ, ໂດຍສະເພາະນັກທ່ອງທ່ຽວຈີນທີ່ໃຊ້ຈ່າຍໃນຕ່າງປະເທດເພີ່ມຂຶ້ນ 16% ຈົນເຖິງເດືອນມີນາ. ສ່ວນ ອັງກິດ, ແອັດສະປາຍ, ສິງກະໂປ ແລະ ສ ເກົາຫຼີ ກໍມີການໃຊ້ຈ່າຍໃນຕ່າງປະເທດຂະຫຍາຍຕົວຢ່າງເຂັ້ມແຂງເຊັ່ນກັນ, ໂດຍເພີ່ມຂຶ້ນ 15%, 16%, 10%, ແລະ 8% ຕາມລໍາດັບ.

ທ່ານ ຊູຣັບ ໂປໂລລິຄາຊວິລີ ເລຂາທິການ UNWTO ໃຫ້ຮູ້ວ່າ: ການທ່ອງທ່ຽວລະຫວ່າງປະເທດຍັງຄົງແຂງແຮງ ແລະ ປັບຕົວໄດ້ດີ, ພ້ອມກ່າວຕື່ມວ່າ: ການທ່ອງທ່ຽວປະກອບສ່ວນສຳຄັນເຂົ້າໃນພື້ນຖານເສດຖະກິດທ້ອງຖິ່ນ, ການສ້າງວຽກເຮັດງານທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານເນັ້ນໜັກວ່າ, ການເຕີບໂຕນີ້ຕ້ອງມີຄວາມຍືນຍົງ ແລະ ຮອບດ້ານ. ທັງນີ້, UNWTO ຄາດວ່າທ່າອ່ຽງການເຕີບໂຕນີ້ຈະສືບຕໍ່ໄປຮອດເຄິ່ງທີສອງຂອງປີນີ້

NO COMMENTS

LEAVE A REPLY

Please enter your comment!
Please enter your name here