ວິທະຍຸ-ໂທລະພາບ ສູນກາງຈີນ, ກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ສູນປະຊຸມ ແລະ ວາງສະແດງຮົງກົງ ຂອງ ສປ ຈີນ ໃນວັນທີ 10 ກັນຍານີ້. ເວທີປຶກສາຫາລືດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ, ພາຍໃຕ້ຫົວຂໍ້ວ່າ “ສະແຫວງຫາການປ່ຽນແປງຈາກການຮ່ວມມື, ຮ່ວມກັນສ້າງອະນາຄົດ”, ໂດຍມີຜູ້ນຳວົງການການເມືອງ ແລະ ການຄ້າຫລາຍກວ່າ 90 ຄົນ ຈາກປະເທດ ແລະ ເຂດແຄວ້ທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມດ້ວຍຄະນະຜູ້ແທນ 100 ກວ່າຄະນະລວມທັງໝົດ 6.000 ກວ່າຄົນ ເຂົ້າຮ່ວມ. ເວທີປຶກສາຫາລືຄັ້ງນີ້ຈະສຸມໃສ່ຊຸກຍູ້ ໂອກາດໃນການຮ່ວມມື.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ