Thursday, September 11, 2025
Homeຂ່າວໜ້າໜຶ່ງທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສປຊ

ໃນຕອນເຊົ້າວັນທີ 10 ກັນຍາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ການນີ ວິຍາຣາຈາ (Ms. KanniWignaraja) ຜູ້ຊ່ວຍເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ການນີວິຍາຣາຈາ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ກັບການສ້າງຕັ້ງອົງການ UNDP ຄົບຮອບ 60 ປີ, ໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນ ແລະ ການເປັນຄູ່ຮ່ວມມື ທີ່ສຳຄັນຂອງອົງການ UNDP ຕໍ່ການພັດທະນາ ສປປ ລາວ ໃນຫຼາຍຂະແໜງການຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ເປັນຕົ້ນ ຂະແໜງບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ, ການຫຼຸດພົ້ນຄວາມທຸກຍາກ; ການຕິດຕາມສະພາບການປ່ຽນແປງດິນຟ້າອາກາດ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ເພດຍິງ, ລວມທັງ ການເກັບກູລະເບີດທີ່ບໍ່ທັນແຕກ; ໄດ້ສະເໜີໃຫ້ UNDP ສືບຕໍ່ລະດົມທຶນຮອນຊ່ວຍເຫຼືອ ສປປ ລາວ ໃນຂະແໜງຕ່າງໆໂດຍສະເພາະຂະແໜງເກັບກູ້ລະເບີດບໍ່ທັນແຕກ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ການຮັບມືຕໍ່ວຽກງານການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ, ລວມທັງ ໃນໄລຍະຂ້າມຜ່ານຫຼັງການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແຕ່ປີ 2026-2029 ຍິ່ງມີຄວາມຮຽກຮ້ອງຕ້ອງການດ້ານທຶນຮອນ ເພື່ອການພັດທະນາຢ່າງຫຼວງຫຼາຍ ເພື່ອສາມາດຂ້າມຜ່ານ ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ.

ໃນໂອກາດດຽວກັນ, ທ່ານ ນາງ ການນີ ວິຍາຣາຈາ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດໂຄງການຕ່າງໆ; ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າໃນຫຼາຍວຽກງານ ຂອງລັດຖະບານ ສປປ ລາວ ໃນການພັດທະນາປະເທດ ກໍຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະການກະກຽມຄວາມພ້ອມ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພ້ອມດຽວກັນນີ້, ກໍໄດ້ຊົມເຊີຍຕໍ່ຄວາມພະຍາຍາມ ຂອງລັດຖະບານລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ; ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າໝາຍການພັດທະນາປະເທດ ແລະ ການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ. ພ້ອມທັງ, ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆ ຢ່າງສຸດຄວາມສາມາດ ເພື່ອຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງທົ່ວເຖິງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments