Friday, September 5, 2025
Homeຂ່າວກິລາງານມະຫະກຳກິລາແຫ່ງຊາດຄັ້ງທີ Xll ກຳນົດບໍ່ໃຫ້ນັກກິລາທີມຊາດເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ

ງານມະຫະກຳກິລາແຫ່ງຊາດຄັ້ງທີ Xll ກຳນົດບໍ່ໃຫ້ນັກກິລາທີມຊາດເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ມີຄວາມຄືບໜ້າຫຼາຍດ້ານ ໂດຍສະເພາະວຽກງານກອງເລຂາ, ສະຖານທີ່ພັກຄະນະນຳ, ຄູຝຶກ ແລະ ທີມນັກກິລາ, ພ້ອມທັງມີການກໍານົດສະເພາະນັກກິລາທີມຊາດ ຫ້າມບໍ່ໃຫ້ຮ່ວມແຂ່ງຂັນ ຈຳນວນ 17 ປະເພດ.

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຮ່ວມກັບຄະນະນຳກິລາແຂວງ ແລະ ກະຊວງ ເພື່ອກຽມຄວາມພ້ອມສູ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບຈັດຂຶ້ນໃນວັນທີ 3 ກັນຍາ 2025 ຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XlI, ມີບັນດາເຈົ້າແຂວງ, ຮອງເຈົ້າຄອງ, ຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການຜ່ານບັນດາໜ້າວຽກຂອງຄະນະຮັບຜິດຊອບກຳມະການຕ່າງໆ ຂອງງານດັ່ງກ່າວ ແລະ ບາງໜ້າວຽກກໍໄດ້ມີມະຕິຕົກລົງເຫັນດີເປັນເອກະພາບກັນ ໂດຍສະເພາະການກຳນົດເອົາ ສັນຍະລັກ ຫຼື ໂລໂກ້ (LOGO) ແມ່ນພະທາດຫຼວງ, ສັດນໍາໂຊກ ແມ່ນນົກຍຸງ, ເນື້ອໃນຄຳຂວັນປະຈຳງານ, ຮອງຮັບກົດລະບຽບ-ກະຕິກາກິລາແຂ່ງຂັນ 33 ປະເພດ, ສະຖານທີ່ແຂ່ງຂັນ, ທີ່ພັກຄະນະນຳ, ຄູຝຶກ ແລະ ນັກກິລາ.

ສຳລັບຄວາມໝາຍ ຂອງໂລໂກ້ ພະທາດຫຼວງວຽງຈັນ ຊຶ່ງການອອກແບບແມ່ນມີຄວາມໝາຍ, ຄວາມສໍາຄັນ ແລະ ອົງປະກອບຂອງສັນຍະລັກ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຄືການປະສົມປະສານ ແລະ ຫຼອມລວມສັນຍາລັກອັນໂດດເດັ່ນຂອງຊາດ ແລະ ທ້ອງຖິ່ນ ຊຶ່ງມີ 3 ອົງປະກອບຫຼັກຄື: ພະທາດຫຼວງວຽງຈັນ, ສາຍແມ່ນໍ້າຂອງ ແລະ ເນື້ອໃນທີ່ສະແດງເຖິງຄັ້ງໃນການຈັດ ແລະ ຜູ້ທີ່ເປັນເຈົ້າພາບ.

ສ່ວນການອອກແບບ ສັດນໍາໂຊກ ກໍໄດ້ສະແດງເຖິງນົກຍຸງ ທີ່ເຕັມໄປດ້ວຍພະລັງ ແລະ ຄວາມຕັ້ງໝັ້ນ, ຢືນຢ່າງສະຫງ່າຜ່າເຜີຍ, ປີກຂ້າງໜຶ່ງຍົກແຂນຂຶ້ນສູງຢ່າງແຂງແຮງເພື່ອຖື “ທວນໄຟກິລາ” ທີ່ກຳລັງລຸກ, ແປວໄຟສ່ອງແສງເຖິງຈິດວິນຍານແຫ່ງການແຂ່ງຂັນ ແລະ ຄວາມຫວັງ. ໃບໜ້າຂອງນົກສະແດງເຖິງຄວາມມຸ່ງໝັ້ນ ແລະ ພ້ອມທີ່ຈະກ້າວໄປຂ້າງໜ້າ, ທ່າທາງນີ້ ສື່ເຖິງການເລີ່ມຕົ້ນຂອງງານກິລາ, ພະລັງຂອງນັກກິລາ ແລະ ຄວາມພາກພູມໃຈ ໃນການເປັນເຈົ້າພາບ.

ນອກຈາກນັ້ນ, ດ້ານວຽກງານເຕັກນິກຈັດການແຂ່ງຂັນ ກໍໄດ້ມີການຜ່ານກົດລະບຽບການແຂ່ງຂັນ 33 ປະເພດກິລາ; ກຳນົດສະຖານທີ່ຈັດການແຂ່ງຂັນ 33 ປະເພດກິລາ; ສະໜາມ ແລະ ອຸປະກອນຮັບໃຊ້ການແຂ່ງຂັນ; ການຂຶ້ນທະບຽບ, ອອກບັດ ແລະ ລາຍງານຜົນ; ການກະກຽມນາງສາວມອບຫຼຽນລາງວັນ ແລະ ການກຳນົດນັກກິລາທີມຊາດ ແລະ ລາຍການລົງແຂ່ງຂັນຂອງນັກກິລາທີມຊາດ. ໃນນັ້ນ, ປະເພດກິລາທີ່ເປີດກວ້າງ (ບໍ່ຈໍາກັດ) ມີທັງໝົດ 11 ປະເພດ ປະກອບມີ: ເປຕັງ, ປິ່ງປ່ອງ, ເທັນນິດ, ໝາກຂ່າງ, ເຮືອຊ່ວງ, ໜ້າເກັກ, ໝາກເສິກ, ໝາກແລ້, ກັອຟ, ຊັອບເທັນນິດ ແລະ ຍົກນໍ້າໜັກ.

ປະເພດຈໍາກັດນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ ມີທັງໝົດ 17 ປະເພດຄື: ເຕະບານ, ລອຍນໍ້າ, ມວຍລາວ, ມວຍສາກົນ, ກາຣາເຕໂດ, ຢູໂດ, ດອກປີກໄກ່, ປັນຈັກສີລັດ, ເທຄວັນໂດ, ກະຕໍ້-ຊິນລອນ, ຍິງທະນູ, ມວຍປໍ້າ, ວູຊູ, ຣັກບີ້, ສະນຸກເກີ, ເພາະກາຍ ແລະ ກິລາດຶງເຊືອກ. ຂະນະທີ່ປະເພດຈໍາກັດລາຍການ ມີ 7 ປະເພດ ຄື: ບານສົ່ງ, ຍິງປືນ, ອີ-ສະປອດ, ແລ່ນ-ລານ, ດືງເຊືອກ, ບານບ້ວງ ແລະ ກິລາລົດຖີບ. ສ່ວນຄຳຂວັນປະຈຳງານມະຫະກຳກິລາແຫ່ງຊາດ ຄັ້ງນີ້ ແມ່ນ “ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ’’.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments