Friday, August 29, 2025
Homeຂ່າວໜ້າໜຶ່ງໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງເຊກອງ ຄັ້ງທີ XI

ໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງເຊກອງ ຄັ້ງທີ XI

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ 2025 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງເຊກອງ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີແຂກຖືກເຊີນຈາກສູນກາງ, ແຂວງອ້ອມຂ້າງ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ບຸນຫຼາຍ ບຸດທິ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ອົງຄະນະພັກແຂວງເຊກອງ ຄັ້ງທີ XI ແມ່ນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ (2021-2025) ຜ່ານມາ; ຕີລາຄາຜົນສຳເລັດດ້ານດີ, ຂໍ້ຂາດຕົກບົກພ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ; ພ້ອມທັງ ຖອດຖອນເອົາເປັນບົດຮຽນ ເພື່ອນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ ບົນພື້ນຖານການວິເຄາະວິໄຈໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງເຊກອງ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະ ຫຼຸດພົ້ນຈາກຄວາມດ້ອຍພັດທະນາ. ພ້ອມນີ້, ຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ສະໄໝທີ XI) ເຊິ່ງເປັນການນຳສູງສຸດຂັ້ນທ້ອງຖິ່ນ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ນໍາພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ຜ່ານຮ່າງລາຍງານການເມືອງ ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ; ຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດສ້າງໄດ້ຜົນສໍາເລັດຫຼາຍດ້ານ ເຮັດໃຫ້ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງສູນກາງພັກ, ສະພາເເຫ່ງຊາດ ແລະ ລັດຖະບານ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນ 5 ປີ ບັນລຸໄດ້ 4,9%; ລະບົບການເງິນຫັນໄປສູ່ທັນສະໄໝ, ການເກັບລາຍຮັບເຂົ້າງົບປະມານ 5 ປີ ບັນລຸ 1.732,74 ຕື້ກີບ ລື່ນແຜນເກືອບ 3 ເທົ່າຕົວ ແລະ ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ລື່ນແຜນ 23%; ບັນດາພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ; ຂະບວນການຜະລິດກະສິກໍາເປັນສິນຄ້າ (ປູກຝັງ-ລ້ຽງສັດ) ໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ແລະ ຟົດຟື້ນ; ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂົງເຂດການສຶກສາ, ສາທາລະນະສຸກ ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ; ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລວມເຖິງການປະຕິບັດນະໂຍບາຍປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ-ສັງຄົມ ໃນຂົງເຂດການບໍລິການ, ການຜະລິດເປັນສິນຄ້າ, ຫັດຖະກໍາ ແລະ ການປຸງແຕ່ງ ເຊິ່ງເປັນການປະກອບສ່ວນແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ຈະໄດ້ດຳເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

ໂດຍ: ສັນຍາ

ພາບໂດຍ: ອັດສະວິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments