ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 26 ສິງຫານີ້, ກອງປະຊຸມໂຕະມົນວ່າດ້ວຍການຮ່ວມມືພາກພື້ນອາຊີຕາເວັນອອກສຽງເໜືອ ຄັ້ງທີ 4 ພາຍໃຕ້ຫົວຂໍ້ວ່າ “ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ວຍຄຸນນະພາບສູງ, ສ້າງອະນາຄົດທີ່ດີງາມ ຂອງອາຊີຕາເວັນອອກສຽງເໜືອ” ໄດ້ຈັດຂຶ້ນຢູ່ນະຄອນສາງຊູ່ນ ແຂວງຈີຫລິນຂອງ ສປ ຈີນ ໂດຍມີຜູ້ຕາງໜ້າຈາກພາຍໃນ ແລະ ຕ່າງປະເທດ ປະມານ 160 ຄົນ ເຊິ່ງລວມເຖິງຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ແລະ ວິສາຫະກິດຈາກ 5 ປະເທດໃນອາຊີ ຕາເວັນອອກສຽງເໜືອ ເຂົ້າຮ່ວມ ແລະ ຮ່ວມກັນຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ. ໃນປີ 2024, ຍອດມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບ 5 ປະເທດ ໃນອາຊີຕາເວັນອອກສຽງເໜືອ ມີເຖິງ 901 ຕື້ກວ່າໂດລາສະຫະລັດ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ປີ 2023, ກວມເອົາເກືອບ 15% ຂອງຍອດມູນຄ່າການຄ້າຕ່າງປະເທດ ຂອງ ສປ ຈີນ. ການລົງທຶນເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ ກັບ 5 ປະເທດດັ່ງກ່າວ ມີມູນຄ່າຫລາຍກວ່າ 7 ຕື້ໂດລາສະຫະລັດ, ຂົງເຂດການຮ່ວມມືການລົງທຶນໄດ້ຂະຫຍາຍກວ້າງອອກໄປສູ່ຂົງເຂດຈະເລີນໃໝ່ ເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ, ການຜະລິດຂັ້ນສູງ, ການບໍລິການທັນສະໄໝ ແລະ ອື່ນໆ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ