ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ສິງຫານີ້, ກອງປະຊຸມ ເວທີປຶກສາຫາລື ວ່າດ້ວຍ ຄວາມປອດໄພ ດ້ານການທ່ອງທ່ຽວຈີນ-ອາຊຽນ ໄດ້ຈັດຂຶ້ນ ຢູ່ນະຄອນຢາງກຸງ ຂອງມຽນມາ, ເພື່ອຄົ້ນຄວ້າ ວິທີແກ້ໄຂ ທີ່ຕິດແທດຕົວຈິງ ແລະ ສ້າງກົນໄກ ການຮ່ວມມື ກ່ຽວກັບ ການສ້າງຄວາມເຂັ້ມແຂງ ດ້ານຄວາມປອດໄພ ຊຸກຍູ້ການພັດທະນາ ການທ່ອງທ່ຽວ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ. ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ກ່າວຄຳປາໄສ ຜ່ານທາງວີດີໂອວ່າ ບັນດາປະເທດ ສະມາຊິກ ອາຊຽນ ຄວນແບກຫາບ ຄວາມຮັບຜິດຊອບ ຮ່ວມກັນ, ຮ່ວມມືກັນ ເສີມສ້າງສິ່ງຮັບປະກັນຄວາມປອດໄພ ແລະ ລົງເລິກການຮ່ວມມື ດ້ານຄວາມປອດໄພ, ຊຸກຍູ້ການພັດທະນາ ການທ່ອງທ່ຽວ, ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ດ້ານວັດທະນະທຳ. ອາຊຽນ ແລະ ສປ ຈີນ ມີກຳລັງແຮງບົ່ມຊ້ອນ ອັນໃຫຍ່ຫລວງ ໃນການຮ່ວມມື ດ້ານການທ່ອງທ່ຽວ, ຄວນຊຸກຍູ້ ການຮ່ວມມື ເພື່ອຮັກສາຄວາມປອດໄພ ດ້ານການທ່ອງທ່ຽວ ລະຫວ່າງອາຊຽນກັບ ສປ ຈີນ ຢ່າງເດັດດ່ຽວໜຽວແໜ້ນ ເພື່ອສ້າງຕົວແບບ ຂອງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງພ້ອມກັນ. ໃນໄລຍະດຳເນີນ ກອງປະຊຸມ ດັ່ງກ່າວ, ຝ່າຍຕ່າງໆ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ປຶກສາຫາລື ໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຮັບມືກັບສິ່ງທ້າທາຍ ດ້ານຄວາມປອດໄພ ໃນພາກພື້ນ, ການປະສານງານດ້ານນະໂຍບາຍ ແລະ ວິທີປະຕິບັດຂອງທຸກປະເທດ, ອົບຮົມຕຳຫຼວດດ້ານການທ່ອງທ່ຽວ, ນຳໃຊ້ເຕັກໂນໂລຊີໃໝ່ ເພື່ອສ້າງລະບົບນິເວດ ແລະ ຮູບແບບ ການບໍລິຫານ ການທ່ອງທ່ຽວ ທີ່ປອດໄພ ແລະອື່ນໆ, ພ້ອມທັງ ໄດ້ຮັບຮອງຂໍ້ລິເລີ່ມ ການຮ່ວມມືເພື່ອຄວາມປອດໄພ ດ້ານການທ່ອງທ່ຽວ ທີ່ສະເໜີໂດຍ ສູນຈີນ-ອາຊຽນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ