ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະ ໄໝທີ V (ຮອບທີ 3) ຈັດຂຶ້ນໃນຕອນເຊົ້າວັນທີ 26 ສິງຫາ 2025 ຢູ່ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຜູ້ແທນສົມບູນຂອງກະຊວງການຕ່າງປະ ເທດ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງກອງປະຊຸມໄດ້ດໍາເນີນເປັນ 2 ວາລະ ຄື: ວາລະທີ 1 ແມ່ນປະກອບຄໍາຄິດຄໍາເຫັນໃສ່ ຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການ 2025-2030, ຮ່າງແຜນພັດທະນາກະຊວງການຕ່າງປະເທດ 2025-2030, ຮ່າງບົດສໍາຫລວດການນໍາພາລວມຂອງຄະ ນະບໍລິຫານງານພັກ ຕະຫລອດໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ຮັບຟັງລາຍງານຜົນຂອງການຈັດກອງປະຊຸມທ້າຍສະໄໝ ທີ IV ທີ່ຈັດຂຶ້ນໃນວັນທີ 17 ສິງຫາ 2025 ທີ່ຜ່ານມາ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ບັນດາເອກະສານດັ່ງກ່າວ, ທັງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີປັບປຸງຕ່າງໆ ເຊິ່ງຈະຕ້ອງໄດ້ຖອດຖອນບົດຮຽນ ແລະ ນໍາໄປປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ສ່ວນວາລະ ທີ 2 ແມ່ນການທາບທາມບຸກຄະລາກອນ ເຊິ່ງກ່ອນຈະດໍາເນີນການທາບທາມ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ໄດ້ມີຄວາມເອົາໃຈໃສ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດວຽກງານ ຢູ່ໃນຂະແໜງການຕ່າງປະເທດ ໃນໄລຍະຜ່ານມາ ເຊິ່ງໄດ້ສະແດງອອກຢູ່ຮ່າງລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ຮ່າງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດໃນຄັ້ງນີ້. ພ້ອມນີ້, ສະຫາຍ ກໍໄດ້ເນັ້ນໃຫ້ບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ເລືອກເອົາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຢູ່ໃນ ຂະແໜງການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງຂຶ້ນໄປເລື້ອຍໆ.

ກອງປະຊຸມ ໄດ້ຜ່ານບັນດາເອກະສານສໍາຄັນຕ່າງໆ ເຊັ່ນ: ມາດຕະຖານ, ເງື່ອນໄຂ ເພື່ອຄັດເລືອກເອົາຜູ້ສະໝັກເຂົ້າໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກ, ເລຂາ, ຮອງເລຂາພັກ, ປະທານ ແລະ ຮອງປະທານກວດກາພັກ ກະຊວງການຕ່າງປະເທດສະໄໝທີ V. ທັງນີ້, ກໍເພື່ອເຮັດໃຫ້ກອງປະຊຸມທາບທາມຮອບທີ 3 ໃນຄັ້ງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ເພື່ອຮັບປະກັນການຄັດເລືອກເອົາຄະນະພັກຊຸດໃໝ່ ທີ່ມີເງື່ອນໄຂຄົບຖ້ວນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ດໍາເນີນການປ່ອນບັດທາບທາມເອົາຜູ້ເເທນຂອງຕົນ ເພື່ອອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V.