Friday, August 22, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 21 ສິງຫາ 2025, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ, ​ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະ​ຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ຂອງ ສະຫາຍ ພາຍຫຼັງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງອັນສົມກຽດນີ້ ແຕ່ປີ 2021, ທັງເປັນການເພີ່ມພູນຄູນສ້າງ ແລະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຜ່ານ ສະຫາຍ ໄປຍັງບັນດາ ສະຫາຍການນໍາ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍສະມາຊິກຄະນະລັດຖະບານ ທຸກ ສະຫາຍ.

ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ໃຫ້ກັນຊາບ  ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະການພົບປະແລກປ່ຽນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ, ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ທີ່ໄດ້ຮັບການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ. 

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະຢ່າງເປັນທາງການ ລະຫວ່າງ ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພິເສດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ໃນຫຼາຍໂຄງການ ທີ່ມີຄວາມໝາຍສຳຄັນ ແລະ ເປັນສັນຍາລັກແຫ່ງການພົວພັນຮ່ວມມື ຂອງສອງປະເທດ.

ໃນຂະນະດຽວກັນ, ສະ​ຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments