Tuesday, August 19, 2025
Homeຂ່າວໜ້າໜຶ່ງສອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ມຽນມາ ຮ່ວມພົບປະສອງຝ່າຍ

ສອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ມຽນມາ ຮ່ວມພົບປະສອງຝ່າຍ

ຂປລ. ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຍູ ທັນ ສະເວ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສສ ມຽນມາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການ ຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.

ໃນການພົບປະ, ສອງຝ່າຍໄດ້ແດງຄວາມເຊື່ອໝັ້ນວ່າ ການພົບປະກັນໃນຄັ້ງນີ້ ຈະເປັນການປະກອບສ່ວນ ສໍາຄັນຮັດແໜ້ນສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນໍາຜົນປະ ໂຫຍດສຸງສຸດມາສູ່ປະຊາຊົນ ສອງປະເທດ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຕະຫລອດ 7 ທົດສະວັດຜ່ານມາ, ນັບຕັ້ງແຕ່ສອງປະເທດ ໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກໍລະກົດ 1955 ແມ່ນໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນ ແຟ້ນຂຶ້ນເລື້ອຍໆ ແລະ ຍິນດີສືບຕໍ່ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຮ່ວມກັນຈັດຕັ້ງບັນດາກິດຈະກໍາ ຕ່າງໆ ເພື່ອສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ໃຫ້ມີບັນຍາກາດຄຶກຄືນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ພາຍໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊຸກຍູ້ ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ກົນໄກການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ມຽນມາ, ການຮ່ວມມືດ້ານແຮງງານ, ການຄ້າ-ການລົງທຶນ, ພະລັງງານ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ການນໍາໃຊ້ຂົວມິດຕະພາບລາວ-ມຽນມາ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມທັງການຮ່ວມມືວຽກງານຊາຍ ແດນ ແລະ ອື່ນໆ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ.

ໃນໂອກາດພົບປະຄັ້ງນີ້, ຝ່າຍມຽນມາ ຍັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນພາຍໃນຂອງມຽນມາ ລວມທັງ ແຜນການກະກຽມເລືອກຕັ້ງ ໃນທ້າຍປີ 2025 ຫລື ຕົ້ນປີ 2026 ໃຫ້ແກ່ຝ່າຍລາວໄດ້ຮັບຊາບ, ຊຶ່ງຝ່າຍລາວ ໄດ້ ສະແດງຄວາມຍິນດີຕໍ່ຄວາມຄືບໜ້າບັນດາຄາດໝາຍທີ່ລັດຖະບານ ສສ ມຽນມາ ຍາດມາໄດ້ຕະຫລອດໄລຍະທີ່ ຜ່ານມາ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments