Friday, August 15, 2025
Homeຂ່າວພາຍໃນທີມຊາດລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ທີ່ປະເທດຟິລິບປິນ

ທີມຊາດລາວ ກຽມເຂົ້າແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ທີ່ປະເທດຟິລິບປິນ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມຈັດສົ່ງຄະນະຜູ້ແທນ ແລະ ນັກແຂ່ງຂັນສີມືແຮງງານທີມຊາດລາວ ເຂົ້າຮ່ວມແຂ່ງຂັນສີມືແຮງງານ ອາຊຽນຄັ້ງທີ XIV ໃນ ວັນທີ 21-31 ສິງຫາ 2025 ທີ່ມະນີລາ ປະເທດຟິລິບປິນ ໂດຍ ສປປ ລາວ ຈະເຂົ້າຮ່ວມແຂ່ງຂັນໃນ 5 ສາຂາວິຊາຄື: ສາຂາກຣາບຟິກດີຊາຍ, ສາຂາເວັບເຕັກໂນໂລຊີ, ສາຂາຊ່າງໄມ້, ສາຂາຕິດຕັ້ງໄຟຟ້າອາຄານ ແລະ ສາຂາປຸ່ງແຕ່ງອາຫານ.

ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໄດ້ໃຫ້ຮູ້ໃນວັນທີ 15 ສິງຫາ 2025 ເຖິງເຫັນເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນສີມືແຮງງານ ທັງນີ້, ກໍເພື່ອປະຕິບັດຕາມກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແລະ ແຜນຍຸດທະສາດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບພັດທະນາສີມືແຮງງານທາງດ້ານປະລິມານ ໄປຄຽງຄູ່ກັບຄຸນນະພາບ, ເພື່ອສ້າງແຮງງານຕາມທິດຫັນເປັນອຸດສາຫະກກຳ ແລະ ທັນສະໃໝ່, ກຳນົດໃນແຜນພັດທະນາເສດຖະກິດສັງຄົມ V ປີ (2021-2025) ໃນການເພີ່ມທະວີການພັດທະນາກຳລັງແຮງງານ ໃຫ້ມີຄວາມຮູ້ຄວາມສາມາດ, ສີມື, ມີລະບຽບວິໄນການອອກແຮງງານທີ່ເຂັ້ມງວດ ໂດຍສອດຄ່ອງກັບການນຳໃຊ້ ທີ່ສົມສ່ວນຕາມໂຄງປະກອບເສດຖະກິດ, ສົ່ງເສີມການຈັດຫາງານ ທີ່ມີຄວາມສອດຄ່ອງກັບຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໃຫ້ມີທາງເລືອກໃນການເຮັດວຽກຕາມຄວາມຕ້ອງການ ຂອງຕະຫລາດແຮງງານ. ພ້ອມທັງສົ່ງເສີມການປະກອບອາຊີບອິດສະລະຢ່າງກວ້າງຂວາງ ເຊິ່ງວຽກງານດັ່ງກ່າວໄດ້ກາຍເປັນຄວາມຮັບຜິດຊອບຂອງກະຊວງ ຮສສ. ນອກຈາກນີ້, ເພື່ອເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຮຽກຮ້ອງໃຫ້ມີການຮັບຮູ້ສີມືແຮງງານເຊິ່ງກັນ ແລະ ກັນຂອງແຮງງານເຄື່ອນຍ້າຍທີ່ມີສີມື ລະຫວ່າງປະເທດອາຊຽນດ້ວຍກັນ. ດ້ວຍເຫດຜົນດັ່ງກ່າວ ການແຂ່ງຂັນສີມືແຮງງານລະດັບອາຊຽນ ຈຶ່ງມີຄວາມໝາຍສໍາຄັນ ແລະ ມີຄວາມຈຳເປັນສຳລັບຜູ້ອອກແຮງງານລາວ ແລະ ຜູ້ໃຊ້ແຮງງານໃນຍຸກໂລກາພິວັດ ໂດຍສະເພາະຕະຫລາດແຮງງານ ຕ້ອງການແຮງງານທີ່ມີສີມື, ມີຄຸນະພາບ, ມີຄວາມສາມາດ ແລະ ມີຄຸນສົມບັດໃນການອອກແຮງງານ ປະກອບສ່ວນເຂົ້າໃນການຜະລິດ ແລະ ພັດ ທະນາປະເທດຊາດ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ກ່າວວ່າ: ການພັດທະນາສີມືແຮງງານ ໃນບັນດາປະເທດສະມາຊິກອາຊຽນ ໄດ້ມີມາດຕະຖານ ເພື່ອໃຫ້ສອດຄ່ອງກັບການເຄື່ອນຍ້າຍແຮງງານແບບເສລີ ຈຶ່ງເປັນສິ່ງຈຳເປັນ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ, ການແຂ່ງຂັນສີມືແຮງງານອາຊຽນ ຈຶ່ງເປັນສ່ວນສຳຄັນໃນການຊ່ວຍຍົກລະດັບການພັດທະນາກຳລັງແຮງງານ ໃນພາກພື້ນອາ ຊຽນ ກ້າວໄປສູ່ມາດຕະຖານອັນດຽວກັນ ແລະ ໄດ້ມາດຕະຖານສາກົນ ເຊິ່ງຕ້ອງໄດ້ອາໄສຄວາມຮ່ວມມື ຂອງບັນດາປະເທດສະມາຊິກອາຊຽນ ໃນການປະສານງານ ແລະ ສືບທອດກິດຈະກຳການແຂ່ງຂັນ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ. ພ້ອມນີ້, ທ່ານຍັງເນັ້ນໃຫ້ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກແຂ່ງຂັນທຸກຄົນຕ້ອງໄດ້ເພີ່ມຄວາມຮັບຜິດຊອບໃຫ້ຫລາຍຂຶ້ນ ສຸມໃສ່ການຄົ້ນຄວ້າວາງແຜນໃຫ້ດີ, ການຝຶກຊ້ອມ, ການຮັກສາສຸຂະພາບ ແລະ ປະຕິບັດຕາມລະບຽບ, ກະຕິກາການແຂ່ງຂັນໃຫ້ໄດ້ດີ ແລະ ມີຜົນສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments