Friday, August 15, 2025
Homeຂ່າວພາຍໃນມອບ-ຮັບ ຜົນສໍາເລັດໂຄງ​ການປັບປຸງ-ກໍ່ສ້າງທາງເລກທີ 13 ເໜືອ ໄລຍະ ສີໄຄ-ສີເກີດ

ມອບ-ຮັບ ຜົນສໍາເລັດໂຄງ​ການປັບປຸງ-ກໍ່ສ້າງທາງເລກທີ 13 ເໜືອ ໄລຍະ ສີໄຄ-ສີເກີດ

ພິທີມອບ-ຮັບຜົນສໍາເລັດໂຄງ​ການປັບປຸງ ແລະ ກໍ່ສ້າງທາງເລກທີ 13 ເໜືອ ໄລຍະ ສີໄຄ ເມືອງສີໂຄດຕະບອງ – ສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 6​ ກິໂລແມັດ ຈັດຂຶ້ນວັນທີ 13 ສິງຫາ 2025 ຢູ່ໂຮງແຮມອາມາຣີ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ພ້ອມດ້ວຍ​ທ່ານຮອງລັດຖະມົນຕີ ບັນດາເຈົ້າເມືອງ ກົມ ພະແນກ ຜູ້ໃຫ້ທຶນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ (ຜູ້ຮັບເໝົາກໍ່ສ້າງ) ກ່າວວ່າ: ໂຄງການປັບປຸງ ແລະ ກໍ່ສ້າງເສັ້ນທາງ ໄລຍະ ສີໄຄ-ສີເກີດ ເປັນການຂະຫຍາຍໜ້າທາງໃຫ້ກວ້າງເປັນ 23 ແມັດ ປູດ້ວຍເບຕົງເສີມເຫຼັກ ໜາ 25 ຊັງຕີແມັດ ເພື່ອຮອງຮັບມາດຕະຖານເຕັກນິກເສັ້ນທາງໃນເມືອງ ປະກອບມີ 4 ເລນ ດອນກາງທາງ ທາງຍ່າງສອງຂ້າງທາງ ຮ່ອງລະບາຍນໍ້າ ເທເບຕົງແບບໂຕຢູ ມີ​ຝາປິດທັງສອງຂ້າງ ຕິດຕັ້ງໄຟອໍານາດ 4 ຈຸດ ລະ​ບົບໄຟເຍືອງທາງ ປ້າຍສັນຍານ ຂີດເສັ້ນໜ້າທາງ ແລະ ສິ່ງປະກອບອື່ນໆ ເຊິ່ງກຸ່ມ​ບໍ​ລິ​ສັດພວກເຮົາໄດ້ເອົາໃຈໃສ່ກໍ່ສ້າງຢ່າງຕັ້ງໜ້ານັບແຕ່ມື້ລົງນາມສັນຍາເປັນຕົ້ນມາ ເຖິງຈະພົບອຸປະສັກຫຍຸ້ງ​ຍາກສິ່ງກີດຂວາງຫຼາຍ ເຊັ່ນ: ເສັ້ນທາງດັ່ງກ່າວເປັນເຂດຊຸມຊົນ ມີການ​ສັນ​ຈອນແອອັດ ລົດບັນທຸກໜັກຜ່ານຕະຫຼອດເວລາ ແຕ່ບໍລິສັດກໍມີຄາມວາມພະຍາຍາມ​ຕັ້ງ​ໃຈກໍ່ສ້າງໄປນໍາ ເພາະບໍ່ສາມາດປິດການສັນຈອນໄດ້ ເນື່ອງຈາກເປັນເຂດຊຸມ​ຊົນໃນຕົວເມືອງ ມີການໄປ-ມາຊື້ຂາຍໜາແໜ້ນ ໄລຍະ​ປີ 2024 ມີຝົນຕົກຫຼາຍ ແລະ ມາໄວກ່ອນລະດູ ເຮັດໃຫ້ເກີດນໍ້າຖ້ວມຂັງສອງຂ້າງທາງ ແລະ ຖ້ວມທາງບາງຈຸດ ແຕ່ບໍລິສັດພວກເຮົາກໍ​ໄດ້ສຸມໃສ່ສ້ອມແປງ ແລະ ຮັກສາເສັ້ນທາງ ໃນໄລຍະກໍ່ ສ້າງໃຫ້ການສັນຈອນໄປ-​ມາໂລ່ງລ່ຽນ ແລະ ໄດ້ປູໜ້າທາງເບຕົງເສີມເຫຼັກສໍາເລັດທັງໝົດໃນຕົ້ນເດືອນກຸມພາ 2025 ແລະ ວຽກທັງໝົດສໍາເລັດຕາມສັນຍາທີ່ໄດ້ລົງນາມກັບເຈົ້າຂອງໂຄງການ ເປັນ​ຢ່າງ​ດີ.

ໂດຍປະຕິບັດຕາມສັນຍາມອບເໝົາທີ່ໄດ້ລົງນາມລະຫວ່າງກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ແລະ ກົມຂົວທາງ ກະຊວງ ຍທຂ ບໍລິສັດພວກເຮົາຍັງມີພັນທະສືບຕໍ່ບູລະນະຮັກສາໄປອີກ 3 ປີ ໂດຍນໍາໃຊ້ເງິນກອງທຶນທາງຂອງລັດຖະບານ ຫຼັງຈາກໝົດໄລຍະກໍ່ສ້າງໃນທ້າຍເດືອນມີນາ 2025 ພວກເຮົາໄດ້ຈັດຕັ້ງໜ່ວຍງານບູລະນະຮັກສາ ແລະ ເລີ່ມຕົ້ນຮັກສາທາງແຕ່ເດືອນເມສາ 2025 ປັດຈຸບັນປະຕິບັດໄດ້ 4 ເດືອນແລ້ວ ແລະ ຍັງຈະສືບຕໍ່ໄປຈົນຮອດເດືອນມີນາ 2028 ຈຶ່ງໝົດພັນ​ທະສັນຍາໃນການປົກປັກຮັກສາເສັ້ນທາງດັ່ງກ່າວ. ໂອກາດນີ້ກໍຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈລັດຖະບານ ສປປ ລາວ ແລະ ຜູ້ໃຫ້ທຶນ ລວມທັງພາກສ່ວນກ່ຽວຂ້ອງ ທີ່ໃຫ້ການຊີ້ນໍາ-ນຳ​ພາ ແລະ ຊຸກຍູ້ຢ່າງ​ໃກ້​ຊິດ ເຮັດໃຫ້ໂຄງການນີ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ຂ້າພະເຈົ້າຮູ້ສຶກພູມໃຈ ແລະ ດີໃຈທີ່ໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍສະເພາະເພື່ອຄຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈຶ່ງຂໍມອບຜົນສໍາເລັດໂຄງການດັ່ງກ່າວໃນໄລຍະກໍ່ສ້າງ ປັບປຸງ ໃຫ້ເຈົ້າຂອງໂຄງການ ເພື່ອສືບຕໍ່ບູລະນະຮັກສາຮ່ວມກັນຕໍ່ໄປ.

ທ່ານ ລັດສະໝີ ອະລິຍະວົງສິງ ຫົວໜ້າຄະນະຄຸ້ມຄອງໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ໄລຍະ ນວ-ໂພນໂຮງ ຈາກກົມຂົວທາງ ກະຊວງ ຍທຂ ກ່າວວ່າ: ພາຍຫຼັງການປັບປຸງ ແລະ ກໍ່ສ້າງທາງ ໄລຍະສີໄຄ-ສີເກີດ ສໍາເລັດໃນທ້າຍເດືອນມີນາ 2025 ກົມຂົວທາງ ໃນນາມ ເຈົ້າຂອງໂຄງການ ກໍໄດ້ແຕ່ງຕັ້ງຄະນະກໍາມະການກວດກາຜົນສໍາເລັດໃນເດືອນເມສາ 2025 ແລະ ທ່ານຫົວໜ້າກົມຂົວທາງ ກໍໄດ້ອອກໜັງສືຢັ້ງຢືນນຮັບຮອງເອົາຜົນສໍາເລັດດັ່ງກ່າວ ແລະ ຈະມອບໃຫ້ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ໃນມື້ນີ້ ບໍລິສັດຮັບເໝົາໄດ້ເຮັດສໍາເລັດວຽກປັບປຸງ ກໍ່ສ້າງ ໄລຍະເວລາ 18 ເດືອນ ດ້ວຍຄຸນນະພາບດີ ມີຄວາມຈົບງາມ ແລະ ໄປຕາມແຜນການທີ່ວາງໄວ້ ຜົນສໍາເລັດຂອງໂຄງການນີ້ເກີດຂຶ້ນໄດ້ຍ້ອນມີເຈົ້າຂອງໂຄງການ ຜູູ້ຮັບເໝົາ ຜູູ້ໃຫ້ທຶນ ອໍານາດການປົກຄອງ ນວ ເມືອງສີໂຄດຕະບອງ ເມືອງນາຊາຍທອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນຊຸກຍູູ້ຢ່າງເອົາຈິງເອົາຈັງ ຂ້າພະເຈົ້າຈຶ່ງຂໍຕາງໜ້າໃຫ້ຄະນະຄຸ້ມຄອງໂຄງການ ຮັບເອົາຜົນສໍາເລັດດັ່ງກ່າວໃນໄລຍະກໍ່ສ້າງ ປັບປຸງຈາກບໍລິສັດຮັບເໝົາ ເພື່ອສືບຕໍ່ບູລະນະຮັກສາຮ່ວມກັນຕໍ່ໄປ ແນໃສ່ເຮັດໃຫ້ຊັບສິນຂອງທາງຫຼວງມີຄວາມຍືນຍົງໃນການນໍາໃຊ້.

ໂອກາດນີ້​ ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ຍັງໄດ້ມອບເງິນແຮ່ສົມທົບບໍລິຫານຕ້ານໄພພິບັດ ໃຫ້ກະຊວງ ຍທຂ ແລະ ອົງການປົກຄອງ ນວ ພາກສ່ວນລະ 200 ລ້ານກີບ (ລວມ 400 ລ້ານກີບ) ເຊິ່ງມອບໂດຍທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ແລະ ຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ແລະ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເພື່ອນໍາໃຊ້ໃນວຽກງານຕ້ານໄພພິບັດ ຕື່ມອີກ.

ທີ່ມາ: ວຽງຈັນທຸລະກິດ-ສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments