ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 12 ສິງຫາ, ທ່ານ ໂດນັລ ທຣຳ ປະທານາທິບໍດີ ສ.ອາເມລິກາ ເຜີຍແຜ່ຂໍ້ຄວາມຜ່ານແພລດຟອມທຣູໂຊຊຽວ ໂດຍມີເນື້ອໃນວ່າ ຈະບໍ່ເກັບພາສີໂລຫະຄຳ.
ເຖິງຢ່າງໃດກໍ່ຕາມການເຄື່ອນໄຫວດັ່ງກ່າວ ຂອງ ທ່ານ ໂດນັລ ທຣຳ ເກີດຂຶ້ນ ຫລັງຈາກໂລກອອນລາຍ ໃນ ສ.ອາເມລິກາ ໄດ້ສົ່ງເອກະສານ ທີ່ອ້າງວ່າເປັນຂອງສຳນັກງານພາສີແຫ່ງຊາດ ວ່າຄຳແທ່ງທີ່ມີນໍ້າໜັກມາດຕະຖານ 2 ຂະໜາດ ຄື: 1 ກິໂລກຣາມ ແລະ 100 ອອນ ຫລື 2,8 ກິໂລກຣາມ ຄວນຖືກຈັດປະເພດເປັນສິນຄ້າ ທີ່ມີ ຄວາມສ່ຽງ ດ້ານພາສີ ນຳເຂົ້າ ສົ່ງຜົນໃຫ້ ສັນຍາຊື້-ຂາຍຄຳ ລ່ວງໜ້າໃນຕະຫລາດ ສ.ອາເມລິກາ ເພີ່ມຂຶ້ນ ເປັນຕົວເລກສະຖິຕິສູງສຸດ ເມື່ອວັນທີ 31 ກໍລະກົດ ຜ່ານມາ.
ນອກຈາກນັ້ນ ສື່ຫລາຍແຫ່ງ ລາຍງານວ່າ, ທ່ານ ໂດນັລ ທຣຳ ຈະລົງນາມໃນຄຳສັ່ງຝ່າຍບໍລິຫານ ກ່ຽວກັບການເກັບພາສີ ໂລຫະຄຳເພີ່ມຂຶ້ນສ້າງຄວາມກັງວົນ ໃຫ້ແກ່ບັນດານັກລົງທຶນ ເນື່ອງຈາກວ່າປະເທດສະວິດ ເປັນໜຶ່ງໃນປະເທດຮັ່ງມີທີ່ສຸດ ຂອງ ໂລກ ແລະ ນານາຊາດ ຝາກໂລຫະຄຳ ຊຶ່ງເປັນບ່ອນຝາກຊັບສິນທີ່ມີຄວາມປອດໄພ ຍັງຕ້ອງຜະເຊີນກັບອັດຕາພາສີສູງ ເຖິງ 39% ຂອງໂລຫະຄຳ.