Home ຂ່າວໜ້າໜຶ່ງ ການສຳຫຼວດພົນລະເມືອງເກັບກຳຂໍ້ມູນໃນລະດັບຄົວເຮືອນຈະຈັດຂຶ້ນທ້າຍປີນີ້

ການສຳຫຼວດພົນລະເມືອງເກັບກຳຂໍ້ມູນໃນລະດັບຄົວເຮືອນຈະຈັດຂຶ້ນທ້າຍປີນີ້

0

ກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ IV ຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນວັນທີ 6 ສິງຫາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາລະດັບຊາດສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ມີທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ບັນດາເຈົ້າແຂວງຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນແຂວງ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ:ຜ່ານການຮັບຟັງການລາຍງານເຫັນໄດ້ວ່າວຽກງານທາງດ້ານວິຊາການແມ່ນມີຄວາມຄືບໜ້າຫຼາຍ ບັນດາແຂວງໄດ້ສຳເລັດການຈັດກອງປະຊຸມປະກາດເປີດບັ້ນການສໍາຫຼວດຄຽງຄູ່ກັບຜົນສຳເລັດວຽກງານການຈັດຕັ້ງໃນການວາງແຜນກໍ່ໄດ້ສຳເລັດ ການເກັບກໍາຂໍ້ມູນຂ່າວສານພູມມີສາດ (GIS) ເພື່ອສ້າງແຜນທີ່ເຂດສໍາຫຼວດ ນອກນັ້ນຍັງສຳເລັດການສ້າງເນື້ອໃນແບບສອບຖາມໃນຮູບແບບເຈ້ຍ (PAPI) ແລະ ຮູບແບບອີເລັກໂຕນິກ (CAPI) ພ້ອມນີ້ບົນພື້ນຖານແຜນການຈັດຕັ້ງປະຕິບັດການສໍາຫຼວດທີ່ໄດ້ຮັບຮອງໄປແລ້ວໃນກອງປະຊຸມຄະນະຊີ້ນຳລະດັບຊາດ ແລະ ແຂວງຄັ້ງວັນທີ 14 ມັງກອນ 2025 ກອງປະຊຸມຄັ້ງນີ້ພື້ນຖານແມ່ນເຫັນດີເປັນເອກກະພາບກ່ຽວກັບບັນຫາສຳຄັນຈຳນວນໜຶ່ງ ເປັນຕົ້ນຄວາມຄືບໜ້າໃນການກະກຽມການສຳຫຼວດມາຮອດປັດຈຸບັນ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ເພື່ອຮັບປະກັນການສໍາຫຼວດບັນລຸຕາມຄາດໝາຍຄະນະຊີ້ນຳແຕ່ລະຂັ້ນ.

ຜ່ານການຄົ້ນຄວ້າປຶກສາຫາລືຂອງກອງປະຊຸມແມ່ນໄດ້ເຫັນດີເປັນເອກະພາບກ່ຽວກັບວັນ ແລະ ໄລຍະເວລາການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2025 ເພື່ອໃຫ້ໄດ້ຂໍ້ມູນທີ່ລະອຽດຊັດເຈນທີ່ສຸດ ສູ້ຊົນໃນການຄົ້ນຄວ້າ ແລະ ອະນຸມັດງົບປະມານໃຫ້ທັນກັບຄວາມຕ້ອງການສຳລັບການຝຶກອົບຮົມ ແລະ ການເກັບກຳຂໍ້ມູນພາກສະໜາມມອບໃຫ້ສູນສະຖິຕິແຫ່ງຊາດ ປະສານສົມທົບກົມງົບປະມານ ແລະ ຄັງເງິນສົດພາຍໃຕ້ການຊີ້ນຳໂດຍກົງຂອງທ່ານລັດຖະມົນຕີກະຊວງການເງິນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version