Thursday, August 7, 2025
Homeຂ່າວໜ້າໜຶ່ງຜົນການເລືອກຕັ້ງກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ຜົນການເລືອກຕັ້ງກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງສາລະວັນ ຄັ້ງທີ X

ພາຍຫຼັງດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງສາລະວັນ ໃນວັນທີ 6 ສິງຫາ 2025 ທີ່ຜ່ານມາ; ມາຮອດຕອນເຊົ້າວັນທີ 7 ສິງຫາ, ທີ່ສະໂມສອນ ແຂວງສາລະວັນ ໄດ້ມີການແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເຈົ້າແຂວງໆສາລະວັນ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ສະຫາຍ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຄະນະປະທານກອງປະຊຸມ; ຜູ້ຕາງໜ້າກອງພົນທີ 5 ຕະຫຼອດຮອດ ພະນັກງານປະຕິວັດອາວຸໂສບໍານານ, ບັນດາຜູ້ແທນສົມບູນ ຈໍານວນ 363 ສະຫາຍ, ບັນດາສື່ມວນຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.  

ຜູ້ແທນກອງປະຊຸມສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ສາລະວັນຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 41 ສະຫາຍ ແລະ ເລືອກໄດ້ 35 ສະຫາຍ; ໃນໂອກາດນີ້, ສະຫາຍ  ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ສາລະວັນ    ສະ ໄໝທີ X ໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ ຄື: ສະຫາຍ ປອ ດາວວົງ ພອນແກ້ວ; ສະຫາຍ ປະເດີມພອນ ສົນທະນີ;  ສະຫາຍ ນາງ ບຸນທະວີ ດວງລາສີ; ສະຫາຍ ຈັນສະໝອນ ພົມມະແສງ; ສະຫາຍ ແຫວນເພັດ ລັດດາວົງ; ສະຫາຍ ສົມສັກ ທົງຄໍາຫານ; ສະຫາຍ ທອງດີ ຈັນທະວົງ; ສະຫາຍ ພົຈວ ສີເສີດ ສອນດາລາ; ສະຫາຍ ຈັນສີລອນ ສີສົມບູນ; ສະຫາຍ ປອ ສະໄໝ ໂພທິສານ; ສະຫາຍ ປອ ໂພສີ ແກ້ວສີພັນດອນ; ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ປອ ດາວວົງ ພອນແກ້ວ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ປະເດີມພອນ ສົນທະນີ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ, ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາ ສະຫາຍ ສົມສັກ ທົງຄໍາຫານ ເປັນປະທານຄະນະກວດກາພັກແຂວງ; ເລືອກເອົາ ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ແລະ ສະຫາຍ ພະນົມພອນ ສີວິໄຊ ເປັນຮອງປະທານຄະນະກວດກາພັກແຂວງ.

ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 26 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ ໜ້ານີ້.

ພາບ ແລະ ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments