ການແຂ່ງຂັນ ຮອບສຸດທ້າຍ ຫລື ຮອບ 8 ທີມສຸດທ້າຍ ປະຈຳປີ 2025 ປະເທດຈີນ
ເປັນເຈົ້າພາບ ແຂ່ງຂັນຢູ່ໜິງໂປ ໃນທ້າຍອາທິດຜ່ານມາ.
ຄູ່ຊິງຊະນະເລີດ:
ໂປແລນ (ໂປໂລຍ) ອັນດັບ 1 ຂອງໂລກ ພົບກັບ
ອີຕາລີ ອັນດັບ 2 ຂອງໂລກ ທີ່ເຂົ້າຊິງເປັນຄັ້ງທຳອິດ, ຜົນປະກົດວ່າ: ໂປໂລຍ ທີ່ສ້າງຜົນງານເດັ່ນມາຕັ້ງແຕ່ຮອບ 8 ທີມສຸດທ້າຍ ດ້ວຍການຊະນະຄູ່ແຂ່ງ 3 ເຊັດລວດ, ນັດນີ້ ກໍຍັງຜົນງານເດັ່ນເອົາຊະນະ ອີຕາລີ 3–0 ເຊັດ: 25–22, 25–19 ແລະ 25–14. ໂປໂລຍ ໄດ້ແຊ້ມເປັນສະໄໝທີ 2 ຕໍ່ຈາກປີ 2023.
ສ່ວນຄູ່ຊິງທີ 3
ເບຣຊິນ ອັນດັບ 3 ຂອງໂລກ ຊະນະ
ສະໂລເວເນຍ (ສະໂລເວນີ) ອັນດັບ 7 ຂອງໂລກ 3–1 ເຊັດ.
ລາງວັນ MVP ນັກກິລາດີເດັ່ນ ເປັນຂອງ Jakub Kochanowski ຈາກໂປໂລຍ ທີມແຊ້ມ.
ຕົວຕົບວົງໃນດີເດັ່ນຄັ້ງນີ້ ເປັນຂອງ Kewin Sasak ຈາກໂປໂລຍ.

ລາງວັນຕົວຕົບວົງນອກດີເດັ່ນໄດ້ແກ່: Wilfredo León ຈາກໂປໂລຍ ແລະ Alessandro Michieletto ຈາກອີຕາລີ.
ລາງວັນຊູບານດີເດັ່ນ Simone Giannelli ຈາກອີຕາລີ.
ລາງວັນ ລີເບີໂຣ້ ດີເດັ່ນ Maique Nascimento ຈາກເບຣຊິນ.
ລາງວັນກັນຕົວດີເດັ່ນ ຫລື ບ໋ອກດີເດັ່ນໄດ້ແກ່: Jan Kozamernik
ຈາກສະໂລເວນີ ແລະ Jakub Kochanowski ຈາກໂປໂລຍ.
ການແຂ່ງຂັນປີນີ້ ລວມທັງໝົດ 116 ນັດ ທັງຮອບຄັດເລືອກ ແລະ ຮອບສຸດທ້າຍ ມີຜູ້ຊົມທັງໝົດ 413,916 ຄົນ ສະເລ່ຍນັດໜຶ່ງ ປະມານ 3,568 ຄົນ.
News: ຂ່າວກິລາ Lao National TV
Photo: FIVB