Home ຂ່າວກິລາ ເລີ່ມແຂ່ງຂັນທາງການແລ້ວ ການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນ ລະດັບໂລກ ລາຍການ WTT Youth Contender Vientiane 2025 ທີ່ ສປປ ລາວ...

ເລີ່ມແຂ່ງຂັນທາງການແລ້ວ ການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນ ລະດັບໂລກ ລາຍການ WTT Youth Contender Vientiane 2025 ທີ່ ສປປ ລາວ ເປັນເຈົ້າພາບ

0

ການແຂ່ງຂັນລາຍການນີ້ ເປັນປີທີ 3 ຕິດຕໍ່ກັນ ທີ່ລາວເຮົາເປັນເຈົ້າພາບ ແຂ່ງຂັນລະຫວ່າງວັນທີ 6-9 ສິງຫາ 2025 ທີ່ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ ໂດຍມີນັກກິລາຫລາຍກວ່າ 100 ຄົນ ຈາກ 16 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມຄື: ອົດສະຕຣາລີ, ອັງກິດ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ສາທາລະນະລັດເກົາຫລີ, ມາເລເຊຍ, ເປີໂຕຣິໂກ້, ສິງກະໂປ, ສຣີລັງກາ, ຈີນຮົງກົງ, ຈີນໄຕ້ຫວັນ, ໄທ, ສະຫະລັດ ອາເມຣິກາ, ຫວຽດນາມ ແລະ ສປປ ລາວ ເຈົ້າພາບ.

ເຊິ່ງລາວເຮົາ ສົ່ງນັກກິລາເຂົ້າຮ່ວມ 40 ຄົນ ຄົບ 12 ລາຍການຄື: ດ່ຽວຍິງ-ຊາຍ ຮຸ່ນອາຍຸ U11 ປີ, ດ່ຽວຍິງ-ຊາຍ U13 ປີ, ດ່ຽວຍິງ-ຊາຍ U15 ປີ, ດ່ຽວຍິງ-ຊາຍ U17 ປີ ແລະ ດ່ຽວຍິງ-ຊາຍ U19 ປີ, ຄູ່ປະສົມ ຍິງ-ຊາຍ U15 ປີ ກັບ U19 ປີ.

ຫລັງຈົບລາຍການນີ້ ສປປ ລາວ ຈະສືບຕໍ່ເປັນເຈົ້າພາບ ຈັດການແຂ່ງຂັນລາຍການ WTT FEEDER SERIES Vientiane 2025 ລະຫວ່າງວັນທີ 11-15 ສິງຫາ 2025 ຢູ່ສະຖານທີ່ເກົ່າ ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ.

ເຊີນຊວນທຸກທ່ານ ມາຮ່ວມຊົມ ຮ່ວມເຊຍ ເຂົ້າຊົມໂດຍບໍ່ເສຍຄ່າ ຫລື ຊົມການຖ່າຍທອດສົດທາງຢູທູບ WTT Youth Contender Vientiane 2025

News: ຂ່າວກິລາ Lao National TV

Photo: Lao Table Tennis Federation

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version