ການແຂ່ງຂັນລາຍການນີ້ ເປັນປີທີ 3 ຕິດຕໍ່ກັນ ທີ່ລາວເຮົາເປັນເຈົ້າພາບ ແຂ່ງຂັນລະຫວ່າງວັນທີ 6-9 ສິງຫາ 2025 ທີ່ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ ໂດຍມີນັກກິລາຫລາຍກວ່າ 100 ຄົນ ຈາກ 16 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມຄື:
ອົດສະຕຣາລີ,
ອັງກິດ,
ອິນເດຍ,
ອິນໂດເນເຊຍ,
ຍີ່ປຸ່ນ,
ສາທາລະນະລັດເກົາຫລີ,
ມາເລເຊຍ,
ເປີໂຕຣິໂກ້,
ສິງກະໂປ,
ສຣີລັງກາ,
ຈີນຮົງກົງ,
ຈີນໄຕ້ຫວັນ,
ໄທ,
ສະຫະລັດ ອາເມຣິກາ,
ຫວຽດນາມ ແລະ
ສປປ ລາວ ເຈົ້າພາບ.
ເຊິ່ງລາວເຮົາ ສົ່ງນັກກິລາເຂົ້າຮ່ວມ 40 ຄົນ ຄົບ 12 ລາຍການຄື: ດ່ຽວຍິງ-ຊາຍ ຮຸ່ນອາຍຸ U11 ປີ, ດ່ຽວຍິງ-ຊາຍ U13 ປີ, ດ່ຽວຍິງ-ຊາຍ U15 ປີ, ດ່ຽວຍິງ-ຊາຍ U17 ປີ ແລະ ດ່ຽວຍິງ-ຊາຍ U19 ປີ, ຄູ່ປະສົມ ຍິງ-ຊາຍ U15 ປີ ກັບ U19 ປີ.
ຫລັງຈົບລາຍການນີ້ ສປປ ລາວ ຈະສືບຕໍ່ເປັນເຈົ້າພາບ ຈັດການແຂ່ງຂັນລາຍການ WTT FEEDER SERIES Vientiane 2025 ລະຫວ່າງວັນທີ 11-15 ສິງຫາ 2025 ຢູ່ສະຖານທີ່ເກົ່າ ສູນການຄ້າ ລາວ-ໄອເຕັກ ຊັ້ນ 7, ນະຄອນຫຼວງວຽງຈັນ.
ເຊີນຊວນທຸກທ່ານ ມາຮ່ວມຊົມ ຮ່ວມເຊຍ ເຂົ້າຊົມໂດຍບໍ່ເສຍຄ່າ ຫລື ຊົມການຖ່າຍທອດສົດທາງຢູທູບ WTT Youth Contender Vientiane 2025
News: ຂ່າວກິລາ Lao National TV
Photo: Lao Table Tennis Federation