Wednesday, August 6, 2025
Homeຂ່າວໜ້າໜຶ່ງຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ຖະແຫຼງຂ່າວ ການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ

ໃນວັນທີ 5 ສິງຫາ ນີ້ ທີ່ສະພາແຫ່ງຊາດ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານຄະນະ ປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນໍາວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກໍາຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາ ແຫ່ງຊາດ ຄື: ມະຕິສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງລັດຖະການ; ມະຕິສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ; ມະຕິສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍ ລະກົດ 2025 ກ່ຽວກັບການກໍານົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການກຳນົດການຈັດຊຸດ ສະພາປະຊາຊົນຂັ້ນແຂວງ ແລະ ຄຳແນະນຳສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະກົດ 2025 ກ່ຽວກັບການປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະນາເຜີຍແຜ່ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ຊຶ່ງທ່ານໃຫ້ຮູ້ວ່າ: ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງໃນການຂຽນ ບ່ອນອີງຂອງທຸກເອກະສານທາງລັດຖະການໃຫ້ຂຽນມາດຕາຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດ ໝາຍຕາມຫຼັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ ທັງສະເໜີໃຫ້ລັດຖະບານ ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າໃຫ້ສອດຄ່ອງຕາມ ມະຕິສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເຫັນດີໃຫ້ປ່ຽນສີເຄື່ອງ ໝາຍຊາດ ຈາກສີຄຳເປັນສີຕາມທີ່ໄດ້ກຳນົດໄວ້ໃນມາດຕາ 114 ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025 ທັງເຫັນດີໃຫ້ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດອອກໜ້ອຍໜຶ່ງ ເພື່ອບໍ່ໃຫ້ບັງຮູບ ທາດຫຼວງ, ພ້ອມນັ້ນ ຍັງເຫັນດີກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນ ທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ.

ທ່ານ ຈະເລີນ ເຢຍປາວເຮີ ຍັງໄດ້ແນະນໍາກ່ຽວກັບການປາຖະກະຖາກ່ຽວກັບວັນລັດຖະທໍາມະນູນ ແຫ່ງຊາດ ຄົບຮອບ 34 ປີ ໂດຍໃຫ້ດຳເນີນໄປຕິດພັນກັບການໂຄສະນາເຜີຍແຜ່ຜົນການປັບປຸງເນື້ອໃນ ລັດຖະທຳມະນູນສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ, ປະຊາຊົນລາວບັນ ດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄືພີ່ນ້ອງຊາວລາວຢູ່ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະ ນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວ ຂຶ້ນສູ່ຄວາມວັດທະນາຖາວອນຊຶ່ງມີເນື້ອໃນສຳຄັນຂອງຄຳແນະນຳຄື: ຄວາມສຳຄັນຂອງວັນລັດຖະທຳມະ ນູນ ແຫ່ງຊາດ ຄົບຮອບ 34 ປີ ໃຫ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມໝາຍຂອງວັນລັດຖະທຳມະນູນແຫ່ງ ຊາດ ຊຶ່ງແມ່ນການກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດ ເພື່ອໃຫ້ພົນລະເມືອງໝົດທຸກຄົນ ແລະ ທຸກອົງ ການຈັດຕັ້ງຢູ່ ສປປ ລາວ ເຫັນໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການຈັດຕັ້ງປະ ຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີທີ່ຜ່ານມາ ແລະ ທິດທາງເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ ທັງສ້າງຄວາມເຂົ້າໃຈຖືກຕ້ອງຕໍ່ເນື້ອໃນລັດຖະທຳມະນູນສະບັບປີ 2025 ເພື່ອພ້ອມກັນຍົກ ສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ເປັນຕົ້ນການປະຕິບັດສິດ ແລະ ພັນທະຂອງພົນລະ ເມືອງໃຫ້ໄດ້ຢ່າງຄົບຖ້ວນ.

ທັງໝົດທຸກບັນຫາທີ່ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຄັ້ງນີ້ລ້ວນແຕ່ມີຄວາມສຳຄັນ ແລະ ພົວພັນກັບທຸກອົງການຈັດຕັ້ງ ແລະ ພົນລະເມືອງ. ສະນັ້ນ, ຈຶ່ງສະເໜີໃຫ້ທຸກສື່ມວນຊົນຈົ່ງເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທຸກອົງ ການຈັດຕັ້ງ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ຮັບຊາບຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດໝາກ, ເກີດຜົນເປັນຈິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments