Monday, August 4, 2025
Homeຂ່າວພາຍໃນປະກາດ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ...

ປະກາດ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ພິທີ ປະກາດ ແລະ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ແຕ່ງຕັ້ງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ສະຫາຍ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ພະນັກງານການນໍາຂັ້ນສູງ ພັກການ ຮັບບໍານານ ໃນນັ້ນ, ກົມການເມືອງສູນກາງພັກ ຕົກລົງອະນຸມັດໃຫ້ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ ພັກການ ຮັບບໍານານ ແລະ ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮັກສາການແທນເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໃນນີ້, ຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ເປັນຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນກຳມະການຄະນະພັກ, ກຳມະການຄະນະປະຈໍາພັກແຂວງ ທັງເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່).

ສະຫາຍ ປອ ທອງຈັນ ມະນີໄຊ ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ ວຽກງານຮອບດ້ານພາຍໃນແຂວງບໍ່ແກ້ວ ຜ່ານມາ, ດ້ານວຽກການເມືອງ-ແນວຄິດ, ວຽກງານ ປກຊ-ປກສ, ຂົງເຂດວຽກງານເສດຖະກິດ, ວຽກງານວັດທະນະທໍາ-ສົງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນ ໂດຍລວມແມ່ນໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ, ພ້ອມທັງຜ່ານແຜນວຽກ ເພື່ອໃຫ້ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ ສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຈຸດສຸມແຕ່ລະດ້ານໃນຕໍ່ໜ້າ. ພ້ອມທັງ ລົງນາມບົດທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ແລະ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຊົມເຊີນຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ແລະ ການນໍາຂອງແຂວງທຸກຂັ້ນ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ມີຄໍາເຫັນໃຫ້ທິດຊີ້ນໍາຫຼາຍບັນຫາວ່າ: ການປັບປຸງບຸກຄະລາກອນຢູ່ໃນອົງຄະນະພັກ ຄັ້ງນີ້ ເພື່ອຍົກສູງຄຸນນະພາບໃນການນຳພາ-ຊີ້ນໍາ ໃຫ້ສູງຂຶ້ນກວ່າເກົ່າ ແລະ ຮຽກຮ້ອງມາຍັງບັນດາສະຫາຍ ຕ້ອງໄດ້ປະຕິບັດ ແລະ ເຄົາລົບ ຕໍ່ການຈັດຕັ້ງປະຕິບັດຂອງຂັ້ນເທິງຢ່າງເຂັ້ມງວດ ເປັນຕົ້ນແມ່ນສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດຕໍ່ພະນັກງານສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີທັດສະນະການເມືອງທີ່ໜັກແໜ້ນ, ມີຄວາມສາມັກຄີ ເປັນປຶກແຜນແໜ້ນໜາ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ມີຄວາມຮັບຜິດຊອບ, ບຸກບືນສູ້ຊົນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ.

ໂດຍ: ວໍລະສິດ ພິດສະຫາຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments