ພິທີລົງນາມບົດບັນທຶກຄວາມເຂົ້າໃຈການຈັດຕັ້ງປະຕິບັດໂຄງ ການ ປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກຢູ່ແຂວງ ຫຼວງພະບາງ ຈັດຂຶ້ນວັນທີ 31 ມິຖຸນາ 2025 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ແລະ ທ່ານ Luke Ebbs ຫົວໜ້າອົງ ການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ມີທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ຮສສ ທ່ານ ມາກ ກາລາເຮີ ເອກ ອັກຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ພ້ອມ ດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ ແຂວງ ເມືອງ ແລະ ຕາງໜ້າຈາກບັນດາຄູ່ຮ່ວມງານເຂົ້າຮ່ວມ.
ໂຄງການດັ່ງກ່າວນີ້ແມ່ນໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ ເຊິ່ງການຈັດຕັ້ງປະຕິບັດ ຈະໄດ້ນຳໃຊ້ກົນໄກຂອງອຳນາດການປົກຄອງທ້ອງຖິ່ນ ເພື່ອຂັບເຄື່ອນວຽກງານປົກປ້ອງເດັກ ໂດຍສະເພາະການປ້ອງກັນການໃຊ້ແຮງງານເດັກ ທີ່ຢູ່ໃນຊຸມຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ ພ້ອມທັງສົ່ງເສີມສິດທິຂອງເດັກໃນການໄດ້ຮັບການປົກປ້ອງ ໄດ້ຮັບການສຶກສາ ແລະ ການເຂົ້າເຖິງການຝຶກວິຊາຊີບ ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະສົມກັບໄວໜຸ່ມ.
ອີງຕາມບົດສໍາຫຼວດຕົວຊີ້ວັດທາງສັງຄົມຂອງ ສປປ ລາວ ສະ ບັບຫຼ້າສຸດ (LSIS III, 2023) 23% ຂອງເດັກອາຍຸລະຫວ່າງ 5-17 ປີ ຢູ່ໃນ ສປປ ລາວ ແມ່ນມີສ່ວນກ່ຽວຂ້ອງກັບການໃຊ້ແຮງງານເດັກເຊິ່ງມີອັດຕາທີ່ສູງຢູ່ໃນເຂດຊົນນະບົດ ແລະ ດ້ອຍໂອກາດ ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ໂຄງການຈະໄດ້ສຸມໃສ່ໃນ 6 ເມືອງບຸລິມະສິດຂອງແຂວງ ຫຼວງພະບາງ ເປັນການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ໂດຍການຫຼຸດຜ່ອນຄວາມບໍ່ສະເໝີພາບທາງດ້ານສັງ ຄົມ ແລະ ເສດຖະກິດ ແລະ ຈະຈັດຕັ້ງປະຕິບັດໂດຍຜ່ານ 3 ທິດ ທາງສຳຄັນຄື ການປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມໃນຊຸມຊົນທີ່ດ້ອຍໂອກາດ ປູກຈິດສຳນຶກພາຍໃນຄອບຄົວ ແລະ ຊຸມຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານ ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເພື່ອປ້ອງ ກັນ ການໃຊ້ແຮງງານເດັກ ຜ່ານການປະສານງານທີ່ເຂັ້ມແຂງ ແລະ ຍືນຍົງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ກ່າວວ່າ: ໂຄງການນີ້ແມ່ນໜຶ່ງໃນໂຄງການທີ່ໄດ້ຮັບທຶນສະ ໜັບສະໜູນທຶນຈາກສະຫະພາບເອີ ຣົບ ມີຈຸດປະສົງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊິ່ງຍາມໃດ ລັດຖະບານລາວ ໄດ້ຖືເອົາວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກເປັນສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດ ອັນຊອບທໍາຂອງເຂົາເຈົ້າ ໂດຍສະແດງອອກໃນການເຂົ້າເປັນພາຄີ ສົນທິສັນຍາສາກົນ ຂອງອົງການສະຫະປະຊາຊາດ ບັນດາຖະແຫຼງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫຼືອເດັກ ພ້ອມທັງໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ) ແລະ ນິຕິກຳພາຍໃຕ້ກົດໝາຍ ຫຼາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ດລະບົບປົກປ້ອງເດັກ.
ຄຽງຄູ່ກັນນັ້ນ ກໍໄດ້ປັບປຸງກົນໄກການປະສານງານ ແຕ່ຂັ້ນສູນ ກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວຂຶ້ນກວ່າເກົ່າ ໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ ກວດກາຕີລາຄາ ປະເມີນຜົນການຈັດຕັ້ງປະຕິບັດເປັນປະ ຈໍາ ຢ່າງໃດກໍຕາມການນໍາໃຊ້ແຮງງານເດັກ ແລະ ເດັກທີ່ມີຄວາມ ສ່ຽງສູງ ໃນເຂດຊົນນະບົດຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບ ດ່ວນ ແລະ ສາເຫດຕົ້ນຕໍແມ່ນເກີດມາຈາກຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ຄວາມຮັບຮູ້ຍັງບໍ່ສູງ ພື້ນຖານໂຄງລ່າງທີ່ຈຳກັດ ຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ໂອກາດໃນການເຂົ້າເຖິງການສຶກສາ ແລະ ວຽກເຮັດງານທໍາຍັງມີຂໍ້ຈຳກັດ ແລະ ອື່ນໆ.
ທ່ານ ມາກ ກາລາເຮີ ກ່າວຕື່ມວ່າ: ສະຫະພາບ ເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານເດັກໂດຍເດັດຂາດ ອັດ ຕາການໃຊ້ແຮງງານເດັກທີ່ສູງໃນ ສປປ ລາວ ຍັງຄົງເປັນບັນຫາທີ່ ໜ້າເປັນຫ່ວງ ເຊິ່ງໂຄງການທີ່ໄດ້ລິເລີ່ມນີ້ ແມ່ນພະຍາຍາມທີ່ຈະແກ້ໄຂຢ່າງຈິງຈັງ ໂດຍນັ້ນໃສ່ການປົກປ້ອງເດັກ ບໍ່ໃຫ້ຖືກທາລຸນທາງຮ່າງກາຍ ຈິດໃຈ ແລະ ຖຶກຂູດຮີດແຮງງານ ສະຫະພາບ ເອີຣົບ ມີຄວາມພູມໃຈທີ່ຈະຢືນຄຽງຂ້າງກັບລັດຖະບານລາວ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວໃນການ ຮ່ວມມືທີ່ສໍາຄັນນີ້ ພວກເຮົາບໍ່ໄດ້ພຽງແຕ່ຈິນຕະນາການເຖິງອະນາຄົດທີ່ດີກວ່າສໍາລັບເດັກ ແຕ່ພວກເຮົາກໍາລັງສ້າງມັນຂຶ້ນຢ່າງຈິງຈັງ ດ້ວຍການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ພວກເຮົາກໍາລັງຊ່ວຍສ້າງໂລກ ທີ່ເດັກນ້ອຍທຸກຄົນມີອິດສະຫຼະໃນການຝັນ ຮຽນຮູ້ ແລະ ເຕີບໂຕໃນສະພາບແວດລ້ອມທີ່ປອດໄພ ແລະ ໄດ້ຮັບການເບິ່ງແຍງລ້ຽງດູຢ່າງມີຄຸນນະພາບ.
ທ່ານ Luke Ebbs ໄດ້ເນັ້ນໜັກວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງເຕັມທີ່ ໂດຍສະເພາະການໃຊ້ແຮງງານເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ເປັນບັນຫາດ້ານການພັດທະນາເທົ່ານັ້ນ ແຕ່ມັນຍັງເປັນການລະເມີດສິດທິເດັກໂດຍພື້ນຖານ ພວກເຮົາພາກພູມໃຈຫຼາຍ ທີ່ຈະໄດ້ຮ່ວມມືກັບລັດຖະບານ ສປປ ລາວ ໃນການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ການໃຊ້ແຮງງານເດັກ ເຊິ່ງເປັນວຽກບູລິມະສິດແຫ່ງຊາດ ດ້ວຍການສະໜັບສະໜູນຈາກ ສະຫະພາບ ເອີຣົບ ພວກເຮົາມຸ່ງໝັ້ນທີ່ຈະເຮັດວຽກຮ່ວມ ກັບ ກະຊວງ ຮສສ ອຳນາດການປົກຄອງທ້ອງຖິ່ນ ຊຸມຊົນ ອົງ ການຈັນຕັ້ງມະຫາຊົນ ແລະ ສະຫະພັນກຳມະບານ ສະພາອຸສະ ຫະກຳ ແລະ ການຄ້າ ແຂວງ ສື່ມວນຊົນ ແລະ ອົງການຈັດຕັ້ງສັງຄົມທ້ອງຖິ່ນ ເພື່ອແກ້ໄຂສາເຫດຕົ້ນຕໍຂອງການໃຊ້ແຮງງານເດັກ ທີ່ບໍ່ສອດຄ່ອງກັບກົດໝາຍທີ່ໄດ້ລະບຸໄວ້ ພ້ອມທັງສ້າງສະພາບແວດລ້ອມທີ່ເດັກນ້ອຍທຸກຄົນສາມາດຮຽນຮູ້ ເຕີບ ໃຫຍ່ ແລະ ສາມາດບັນລຸຄວາມຄາດຫວັງທຸກດ້ານໃນຊີວິດຂອງເຂົາເຈົ້າ.
ດ້ວຍການຮ່ວມຄັ້ງນີ້ ກະຊວງ ຮສສ ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດ ກັບຊຸມຊົນທ້ອງຖິ່ນ ໂຮງຮຽນ ແລະ ຄອບຄົວເດັກ ເພື່ອນໍາເອົາທິດທາງແຜນການປະຕິບັດທີ່ເປັນຮູບປະທໍາມາໃຊ້ ເພື່ອປົກ ປ້ອງເດັກ ປ້ອງກັນການໃຊ້ແຮງງານເດັກ ສົ່ງເສີມສິດທິເດັກ ແລະ ສ້າງເສັ້ນທາງສູ່ການສຶກສາທີ່ມີຄຸນນະພາບ ຈັດໃຫ້ມີການເຝີກວິຊາຊີບ ການປະກອບອາຊີບ ແລະ ການຈ້າງງານທີ່ເໝາະ ສົມ ໂຄງການດັ່ງກ່າວສະແດງໃຫ້ເຫັນເຖິງບາດກ້າວອັນສຳຄັນໃນຮັບປະກັນວ່າຈະບໍ່ມີເດັກນ້ອຍຖືກປະຖິ້ມໄວ້ຂ້າງຫຼັງໃນອານາຄົດຂ້າງໜ້າໃຫ້ນັບມື້ຫຼຸດລົງ.