Home ຂ່າວຕ່າງປະເທດ ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

ADB ຫຼຸດການຄາດຄະເນການເຕີບໂຕກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 23 ກໍລະກົດ ຜ່ານມານີ້, ທະນາຄານພັດທະນາອາຊີ ຫຼື ADB ໄດ້ປະກາດບົດລາຍງານ “ການຄາດຄະເນການພັດທະນາອາຊີ ປີ 2025 (ສະບັບເດືອນກໍລະກົດ)”, ໂດຍໄດ້ປັບຫຼຸດການຄາດຄະເນການເຕີບໂຕດ້ານເສດຖະກິດໃນປີ 2025 ຂອງກຸ່ມເສດຖະກິດທີ່ກຳລັງພັດທະນາຢູ່ເຂດອາຊີ-ປາຊີຟິກ ລົງເຫຼືອ 4.7% ແລະ 4.6% ໃນປີ 2026.

ADB ເປີດເຜີຍວ່າ: ການປັບຫຼຸດການຄາດຄະເນຄັ້ງນີ້ ຕົ້ນຕໍແມ່ນໄດ້ຮັບຜົນກະທົບຈາກນະໂຍບາຍດ້ານພາສີຂອງ ສະຫະລັດ ອາເມຣິກາ, ຄວາມບໍ່ແນ່ນອນຂອງການຄ້າທົ່ວໂລກ ແລະ ຄວາມອ່ອນແອດ້ານຄວາມຕ້ອງການພາຍໃນປະເທດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version