ວິທະຍຸສາກົນ ແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມ ພາຍໃຕ້ຫົວຂໍ້ “ການຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຜ່ານລັດທິຫລາຍຝ່າຍ ແລະການແກ້ໄຂຄວາມຂັດແຍ້ງກັນ ໂດຍສັນຕິ” ໂດຍໄດ້ເປັນເອກະພາບກັນຮັບຮອງເອົາມະຕິກ່ຽວກັບການເພີ່ມທະວີກົນໄກ ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ. ມະຕິສະບັບນີ້ຍັງຮຽກຮ້ອງບັນດາປະເທດສະມາຊິກ ຈົ່ງນຳໃຊ້ກົນໄກແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ ທີ່ກຳນົດໄວ້ໃນພາກທີ 6 ຂອງກົດບັດສະຫະປະຊາຊາດ ຢ່າງມີປະສິດທິຜົນ. ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນ ປະຈຳອົງການສະຫະປະຊາຊາດ ໄດ້ຮຽກຮ້ອໃຫ້ປະຊາຄົມໂລກ ຈົ່ງປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ກົດບັດອົງການສະຫະ ປະຊາຊາດ ແມ່ນພື້ນຖານທີ່ໝັ້ນຄົງຂອງລະບຽບສາກົນ, ບໍ່ແມ່ນລາຍການ ຫລື ເມນູ ທີ່ສາມາດເລືອກເອົາ ຫລື ປະຖິ້ມຕາມລຳພັງໃຈ. ປະຊາຄົມໂລກ ຄວນປະຕິບັດຕາມຫລັກການກົດບັດ ເຊັ່ນ: ຄວາມສະເໝີພາບຂອງອະທິປະໄຕ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ ແລະ ການແກ້ໄຂ ຄວາມຂັດແຍ້ງກັນໂດຍສັນຕິເປັນຕົ້ນ, ຍຶດໝັ້ນໃຊ້ທ່າທີສະເໝີພາບບໍ່ວ່າເປັນປະເທດນ້ອຍ ຫລື ໃຫຍ່, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ