ໃນປະຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໄດ້ເປັນແວ່ນແຍງແບບຢ່າງອັນພົ້ນເດັ່ນທີ່ບໍ່ເຄີຍມີມາກ່ອນ ໂດຍໄດ້ເອົາຜົນມາສູ່ປະຊາຊົນສອງປະເທດທັງໃນຂະບວນການຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ.
ຈຸດພິເສດໃນສາຍພົວພັນລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນພວກເຮົາໄດ້ຕໍ່ສູ້ຮ່ວມກັນ ແລະ ໄດ້ຮັບໄຊຊະນະໃນໄລຍະດຽວກັນຂອງປະຫວັດສາດການປະຕິວັດຄື: ໃນປີ 1945, ສອງປະເທດໄດ້ຢືດອຳນາດການປົກຄອງ, ໃນປີ 1954 ໄດ້ຮັບໄຊຊະນະລ່າເມືອງຂຶ້ນແບບເກົ່າ, ປີ 1975 ໄດ້ຮັບໄຊຊະນະໃນສົງຄາມຕໍ່ຕ້ານຈັກກະພັດອາເມລິກາ, ສຳເລັດການປະຕິວັດປົດປ່ອຍປະເທດຊາດ ແລະ ປະຕິບັດພາລະກິດປັບປຸງໃໝ່ຢ່າງມີຜົນສຳເລັດ. ສາຍພົວພັນລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງປະເທດແມ່ນ ສາຍພົວພັນທີ່ຈົງຮັກພັກດີ, ໂປ່ງໃສ, ຄວາມເຄົາລົບເຊິ່ງກັນ ແລະ ກັນການຊ່ວຍເຫລືອຢ່າງສຸດອົກສຸດໃຈ, ໝົດຈິດໝົດໃຈ. ຜ່ານຄວາມຍາກເຂັນ. ສາຍພົວພັນດັ່ງກ່າວບໍ່ໄດ້ແຕກແຫງທັງບໍ່ໄດ້ທັບມ້າງເຖິງແມ່ນວ່າພວກກຳລັງສັດຕູຈະພະຍາຍາມເຄື່ອນໄຫວຕ້ານ ແລະ ທຳລາຍ, ກົງກັນຂ້າມສາຍພົວພັນນັ້ນນັບມື້ນັບຊື່ສັດຈິງໃຈແໜ້ນແຟ້ນ. ດັ່ງທີ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄກສອນ ພົມວິຫານ ເຄີຍໄດ້ກ່າວວ່າ:“ ໃນປະຫວັດສາດການປະຕິວັດທົ່ວໂລກມີຫລາຍແວ່ນແຍງແບບຢ່າງອັນດີເດັ່ນກ່ຽວກັບນ້ຳໃຈສາກົນກຳມະຊີບແຕ່ບໍ່ມີຢູ່ບ່ອນໃດ ແລະ ບໍ່ເຄີຍມີຈັກເທື່ອຄວາມສາມັກຄີຮ່ວມສຳພັນສູ້ຮົບແບບພິເສດດົນນານ ແລະ ຮອບດ້ານຄືດັ່ງການພົວພັນຫວຽດນາມ-ລາວ, ຫລາຍຮຸ່ນລູກຫລານຊາວຫວຽດນາມໄດ້ມາຊ່ວຍເຫລືອປະຊາຊົນລາວຕໍ່ສູ້ເພື່ອເອກະລາດເສລີພາບ ແລະ ສ້າງຊີວິດໃໝ່ ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກ. ຫລາຍສະຫາຍໄດ້ອຸທິດຕະຫລອດຊີວິດຂອງຕົນສຳຫລັບການປະຕິວັດລາວ, ຖືເອົາປະເທດລາວເປັນປະເທດຊາດທີສອງຂອງຕົນ. ໃນທົ່ວດິນແດງແຫ່ງປະເທດລາວ, ເລືອດຂອງນັກຮົບຫວຽດນາມ ໄດ້ປະສົມເຂົ້າກັບເລືອດຂອງພະນັກງານສະມາຊິກພັກນັກຮົບ ແລະ ປະຊາຊົນລາວ. ປະຊາຊົນລາວກໍ່ໄດ້ເສຍສະລະເລືອດເນື້ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ປັບປຸງສາຍພົວພັນອັນພິເສດດັ່ງກ່າວ… ເພື່ອປະຕິບັດຄໍາໂອວາດສຸດທ້າຍຂອງລຸງໂຮ່, ສົມຄວນກັບເລືອດເນື້ອຂອງນັກຮົບວິລະຊົນຫລວງຫລາຍ, ນ້ຳຕາຫລາຍໆຢົດຂອງບັນດາຜູ້ເປັນແມ່, ເຫື່ອແຮງ ແລະ ສຸດອົກສຸດໃຈຂອງພີ່ນ້ອງຮ່ວມຊາດ ແລະ ເພື່ອນຜູ້ຮ່ວມອຸດົມການຂອງສອງປະເທດພວກເຮົາ, ພວກຂ້າພະເຈົ້າປາດຖະໜາຢາກຮ່ວມແຮງຮ່ວມໃຈນຳປະຊາຊົນຫວຽດນາມ ໃນການປົກປັກຮັກສາຄວາມສາມັກຄີແບບພິເສດຕະຫລອດກາລະນານ”.
ຜ່ານຄໍາເວົ້າອັນມີຄວາມໝາຍຂອງປະທານ ໄກສອນ ພົມວິຫານ ນັ້ນ, ການນຳລາວຫລາຍຮຸ້ນຄົນກໍໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ບັນລຸຈຸດຍອດຍິ່ງ ແລະ ເຕັມປ່ຽມໄປດ້ວຍນ້ຳໃຈອັນ ຊື່ສັດຈິງໃຈເຊິ່ງກັນ ແລະ ກັນ, ສະໜິດຕິດແໜ້ນກັນຕໍ່ສູ້ເສຍສະລະ ເພື່ອຄວາມເປັນເອກະລາດເສລີພາບ ແລະ ພາລະກິດສ້າງສາ, ປົກປັກຮັກສາປະເທດ. ໂດຍຜ່ານໄລຍະປະຕິວັດທີ່ຫຍຸ້ງຍາກ ແລະ ໄຊຊະນະອັນສະຫງ່າງາມຂອງປະຊາຊົນສອງຊາດ ລາວ-ຫວຽດນາມ, ປະເທດລາວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດສຳຄັນຄຸນຄ່າການປະຕິວັດ, ມະນຸດສະທຳ ແລະ ປະສິດທິຜົນໃຫຍ່ໆຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວຫວຽດນາມ.
ໂດຍ: ຄະນະ ບກ