ໃນວັນທີ 14 ກໍລະກົດ 2025, ພະນັກງານ ແລະ ຊາວບ້ານທີ່ເຮັດວຽກໂຄງການປະຕິສັງຂອນຫໍໄຕວັດບ້ານເມືອງກາງ,ເມືອງຈຳປາສັກ ໄດ້ພົບເຫັນພະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ໃນຂະນະທີ່ຂຸດຂຸມເພື່ອກຽມເທຄານສ້ອມແປງໂຄງສ້າງອາຄານຫໍໄຕ, ພະພຸດທະຮູບດັ່ງກ່າວແມ່ນບັນຈຸໃນໄຫ 1 ໜ່ວຍ ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.

ທ່ານ ຄຳຈັນ ໄຊມຸງຄຸນ ຫົວໜ້າຂະແໜງ ມໍລະດົກໂລກວັດພູຈຳປາສັກໄດ້ໃຫ້ຮູ້ວ່າ: ພາຍຫຼັງທີ່ພົບເຫັນພະພຸດທະຮູບແລ້ວ ທາງຂະແໜງມໍລະດົກໂລກວັດພູ ໄດ້ລົງສຳຫຼວດພື້ນທີ່ ແລະ ຮັບເອົາພະພຸດທະຮູບມາອະນາໄມ, ເກັບຮັກສາໃຫ້ຖືກວິທີ ແລະ ຂື້ນທະບຽນ. ໃນນັ້ນມີພຣະທີ່ເຮັດດ້ວຍເງິນ (ພະເງິນບຸ) ຈຳນວນ 69 ອົງ, ພຣະເຮັດດ້ວຍຄໍາ(ຄໍາລາວບູຮານ) 1 ອົງ. ພຣະປາງສະມະທິ ແລະ ປາງຊະນະມານ ທີ່ຂະໜາດນ້ອຍໜ້າຕັກ 3 ຫາ 5 ຊັງຕີແມັດ,ສູງ 10 ຫາ 18 ຊັງຕີແມັດ. ຕາມການສັນນິຖານຂອງນັກວິຊາການແມ່ນສ້າງຂຶ້ນໃນສະຕະວັດທີ 17-18.
ພາຍຫຼັງທີ່ຂະແໜງມໍລະດົກໂລກວັດພູໄດ້ຂື້ນທະບຽນແລ້ວ ຈະໄດ້ປຶກສາຫາລືກັບອົງການປົກຄອງເມືອງຈຳປາສັກ,ພະແນກການທີ່ກ່ຽວຂ້ອງ, ເຈົ້າອະທິການວັດບ້ານເມືອງກາງ ແລະ ເຖົ້າແກ່ແນວໂຮມອີກເທື່ອໜຶ່ງ ເພື່ອຕົກລົງກຳນົດບ່ອນປະດິດສະຖານໄວ້.