Friday, July 18, 2025
Homeຂ່າວໜ້າໜຶ່ງລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື ວຽກໄອຍະການຂອງສອງປະເທດ

ລາວ-ກໍາປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື ວຽກໄອຍະການຂອງສອງປະເທດ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 14-18 ກໍລະກົດ 2025.

ໃນຕອນເຊົ້າວັນທີ 15 ກໍລະກົດ 2025, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ພົບປະກັບຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຊິ່ງໄດ້ແຈ້ງໃຫ້ກັນ ແລະ ກັນຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ, ຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 31 ກໍລະກົດ 2024 ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກກໍາປູເຈຍ ໂດຍໄດ້ຕີລາຄາສູງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ ເປັນຢ່າງດີ, ການຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້າອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດ ຢ່າງມີປະສິດທິຜົນ ແລະ ບັນຫາອື່ນຈໍານວນໜຶ່ງ ດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ແລະ ໄມຕີຈິດມິດຕະພາບອັນດູດດື່ມ, ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ອັນເປັນມູນເຊື້ອ ຂອງສອງປະເທດ ສປປ ລາວ-ຣາຊະອານາຈັກ ກໍາປູເຈຍ ກໍຄື ສາຍພົວພັນ, ການພັດທະນາ ແລະ ການຮ່ວມມືວຽກງານໄອຍະການ ລະຫວ່າງ ອົງການໄອຍະການ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ເປັນຢ່າງດີ.

ໃນໂອກາດນີ້, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານຫົວໜ້າ ອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ກໍໄດ້ຮ່ວມລົງນາມເຊັນໃນບົດບັນທຶກການພົບປະສອງຝ່າຍ ເພື່ອຈັດຕັ້ງປະຕິບັດບົດບັນທຶກສະບັບນີ້ (ຄູ່ພາຄີ) ຈະຮ່ວມມືກັນໃນຂົງເຂດຄື: ຄູ່ພາຄີ ເຫັນດີສືບຕໍ່ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ ເພື່ອຮັກສາ ແລະ ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງ ອົງການໄອຍະການສອງຝ່າຍ ກໍຄື ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້, ຍົກເວັ້ນໃນກໍລະນີຈໍາເປັນ ອາດຈະມີການແລກປ່ຽນການຢ້ຽມຢາມ ປີລະຄັ້ງກໍໄດ້; ຄູ່ພາຄີ ເຫັນດີຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ເພື່ອສົ່ງເສີມການຮ່ວມມືຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ ສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ, ພ້ອມທັງຈັດກອງປະຊຸມຝຶກອົບຮົມອື່ນໆ ເພື່ອແລກປ່ຽນປະສົບການ, ຂໍ້ມູນຂ່າວສານກ່ຽວກັບກົດໜາຍ, ບົດຮຽນທີ່ດີ, ບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ໃນການດ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີມີຄວາມສົນໃຈ; ຄູ່ພາຄີ ເຫັນດີເພີ່ມທະວີການພົວ ພັນຮ່ວມມື ໃນວຽກງານຮ່ວມມື ລະຫ່ວາງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ, ຄໍາຮ້ອງຂໍການຮ່ວມມື ຈາກສອງຝ່າຍຈະຕ້ອງໄດ້ຮັບການແກ້ໄຂຢ່າງທັນການ ແລະ ມີປະສິດທິພາບ; ຄູ່ພາຄີ ເຫັນດີອໍານວຍຄວາມສະດວກໃຫ້ແກ່ ອົງການໄອຍະການທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດຈອດ ເພື່ອສ້າງ ແລະ ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນ, ຮັບປະກັນການຊ່ວຍເຫລືອ ແຈ້ງໃຫ້ກັນຊາບໂດຍໄວ ກ່ຽວກັບການລະເມີດກົດໝາຍ ແລະ ອາຊະຍາກໍາໃນຂອບເຂດສິດອໍານາດຂອງຕົນ, ພ້ອມທັງປຶກສາຫາລືບັນດາມາດຕະການຕ່າງໆ ໃນການແກ້ໄຂສະພາບການດັ່ງກ່າວ ແລະ ຄູ່ພາຄີ ສາມາດຈະຂະ ຫຍາຍກິດຈະກໍາ ການຮ່ວມມືໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້.

ຂ່າວ: ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments