ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ), ມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມດ້ວຍສະມາຊິກສະມາຄົມນັກທຸລະກິດໜຸ່ມ ທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການ ເມືອງທີ່ສະເໜີໂດຍ ສະຫາຍ ສຸວາລີ ຄຳຜຸຍ ວ່າການແທນປະທານ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ເນື້ອໃນລາຍງານການເມືອງ ໄດ້ຕີລາຄາສູງເຖິງຜົນງານໄຊຊະນະ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສທໜຊ ຄັ້ງທີ IV. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອອ່ນ, ສາເຫດ ແລະ ບົດຮຽນ ຕະຫລອດການເຄື່ອນໄຫວຂອງຄະນະບໍລິຫານງານ ສທໜຊ ທີ່ຜ່ານມາ. ພ້ອມກັນນັ້ນ, ກອງປະ ຊຸມ ຍັງໄດ້ເປັນເອກະພາບສູງ ຮັບຮອງເອົາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມຂອງຄະນະບໍລິຫານງານໃນຕໍ່ໜ້າ, ພ້ອມທັງຮັບຟັງການຜ່ານກົດລະບຽບຂອງ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສະໄໝທີ V. ຈາກນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບກັບບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານ ສທໜຊ ສະໄໝທີ IV ເຊິ່ງໄດ້ເປັນບົດຮຽນອັນສໍາຄັນໃຫ້ ຄະນະບໍລິຫານງານ ສທໜຊ ຊຸດຕໍ່ໄປ ໃນການຈັດຕັ້ງນໍາພາວຽກງານ ຂອງ ສທໜຊ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ສທໜຊ ສະໄໝທີ V ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້ ເຊິ່ງຜູ້ຮັບສະໝັກເລືອກຕັ້ງມີທັງໝົດ 68 ສະຫາຍ, ຍິງ 29 ສະຫາຍ ແລະ ເລືອກໄດ້ ຄະນະບໍລິຫານງານ ຊຸດທີ V ປະກອບມີ 63 ສະຫາຍ, ຍິງ 26 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນາງ ສຸວາລີ ຄໍາຜຸຍ ເປັນປະທານ ສທໜຊ, ສະຫາຍ ຄໍາຄຸນ ຄູນທະວົງ ເປັນຮອງປະທານ, ທັງເປັນປະທານກວດກາ ສທໜຊ. ໃນນັ້ນ, ໄດ້ເລືອກເອົາຮອງປະທານ ສທໜຊ ທັງໝົດ 15 ສະຫາຍ.
ກອງປະຊຸມ ຮຽກຮ້ອງມາຍັງຄະນະບໍລິຫານງານ ແລະ ສະມາຊິກ ສທໜຊ ທົ່ວປະເທດ ຈົ່ງເພີ່ມທະວີຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ສ້າງຄວາມເປັນເອກະພາບສູງພາຍໃຕ້ການ ນໍາພາຂອງຄະນະບໍລິຫານງານພັກ ສຊປລ ພ້ອມກັນບຸກບືນກ້າວຂຶ້ນຢ່າງໜັກແໜ້ນ, ສຸມສະຕິປັນຍາທຸກກໍາລັງແຮງຂອງຕົນ, ເຊີດຊູນໍ້າໃຈຮັກຊາດເປັນເຈົ້າຕົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມຮັບຜິດຊອບຕົນເອງ, ຍົກສູງຄວາມຮັບຜິດຊອບທາງການເມືອງເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໃຫ້ປະກົດຜົນເປັນຈິງ, ປະຕິບັດພາລະກິດຂອງ ສທໜຊ ໂດຍຕິດພັນກັບຂະບວນການເຄື່ອນໄຫວວຽກງານຂອງ ສຊປລ ໃຫ້ເປັນຂະບວນການຟົດຟຶ້ນ, ນຳເອົາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສາມັກຄີປອງດອງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ.
ຂໍ້ມູນ-ພາບ: ສັນທະນາ