ໃນວັນທີ 8 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ (Ma Theresa P Lazaro), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ພ້ອມທັງສະແດງຄວາມຊົມເຊີຍ ໃນໂອກາດໄດ້ຮັບການແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສ ຟິລິບປິນ ຄົນໃໝ່. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດມາ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຜ່ານທຶນຝຶກອົບຮົມໄລຍະສັ້ນ ແລະ ທຶນສຶກສາໄລຍະຍາວ. ພິເສດ, ແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ, ຊຶ່ງໃນ ໂອກາດນີ້, ຝ່າຍລາວກໍໄດ້ຢືນຢັນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຟິລິບປິນ ໃນການເປັນປະທານ ອາຊຽນ ໃນປີ 2026 ເຊັ່ນກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ກໍຄື ນໍາເອົາຜົນປະໂຫຍດມາສູ່ຄອບຄົວອາຊຽນ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ທີ່ໄດ້ຮັບການພັດທະນາເປັນກ້າວໆ ແລະ ແຕກ ດອກອອກຜົນຢ່າງຕໍ່ເນື່ອງ, ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງ ປະເທດຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນຂອບການຮ່ວມມືອາຊຽນ ແລະ ຂອບການຮ່ວມມືອື່ນໆ. ພິເສດໃນປີ 2025 ນີ້, ສອງຝ່າຍ ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ດ້ວຍຫລາຍກິດຈະກຳທີ່ມີຄວາມໝາຍສໍາຄັນ ເປັນຕົ້ນ ການແລກປ່ຽນສານຊົມເຊີຍ, ການສະແດງ ສິລະປະດົນຕີ ແລະ ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງລະຫ່ວາງສອງປະເທດ; ສອງຝ່າຍ ເຫັນດີສືບ ຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສອງປະເທດ ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນຳກັນໃນຊຸມ ປີຕໍ່ໜ້າ ແລະ ເຫັນດີສືບຕໍ່ປຶກສາຫາລືແຜນການຮ່ວມມືລະອຽດ ໃນໂອກາດເດີນທາງຢ້ຽມຢາມຟີລິບປິນ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນສິງຫາ 2025 ຢູ່ນະຄອນຫລວງມະນີລາ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ