ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ນະຄອນຫລວງວຽງຈັນ(ນວ) ມີອັກຄີໄພ (ໄຟໄໝ້) ເກີດຂຶ້ນທັງໝົດ 25 ຄັ້ງ. ໃນນີ້, ໄຟໄໝ້ລະດັບປານກາງ 1 ລາຍ, ໄຟໄໝ້ນ້ອຍ 24 ລາຍ (ບໍ່ມີເຫດໄຟໄໝ້ຂະໜາດໃຫຍ່), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫລຸດລົງ 8 ຄັ້ງ, ສ້າງຄວາມເສຍຫາຍ ຫລາຍກວ່າ 5 ຕື້ກວ່າກີບ.
ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດ 2025 ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບວຽກງານການປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ (ໄຟລາມປ່າ, ໄຟໄໝ້ເຮືອນປະຊາຊົນ) ຢູ່ນະຄອນຫລວງວຽງຈັນ ໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງຄະນະພັກ-ຄະນະກອງບັນຊາການປ້ອງກັນຄວາມສະຫງົບ ນວ ຍາມໃດກໍຖືຄວາມສຳຄັນໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍມອບໃຫ້ຫ້ອງຕຳຫລວດ ແລະ ກອງບັນຊາການ ປກສ 9 ເມືອງ ເປັນເຈົ້າການໃນການຊີ້ນຳໂດຍກົງ ຕໍ່ການວາງແຜນເຄື່ອນໄຫວຕ່າງໆ, ການເພີ່ມທະວີເຮັດວຽກງານການປະຈຳການຄອຍເຫດຕະຫລອດ 24 ຊົ່ວໂມງ, ພ້ອມທັງກະກຽມຄວາມພ້ອມດ້ານພາຫະນະ, ວັດຖຸອຸປະກອນຮັບໃຊ້ວິຊາສະເພາະ.

ຢ່າງໃດກໍຕາມເຖິງວ່າເຈົ້າໜ້າ ໄດ້ເອົາໃຈໃສ່ໂຄສະນາ ແລະ ວຽກກວດກາຄວາມປອດໄພກໍຕາມ, ແຕ່ບັນຫາອັກຄີໄພກໍຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນລະດູແລ້ງຂອງທຸກໆປີ ໂດຍສະເພາະລະຫວ່າງເດືອນມັງກອນ ຫາເດືອນເມສາ ເປັນຊ່ວງທີ່ອາກາດແຫ້ງແລ້ງ, ຮ້ອນອົບເອົ້າ ມີຄວາມສ່ຽງສູງທີ່ພາໃຫ້ເກີດໄຟໄໝ້ ເຊິ່ງໄລຍະ 6 ເດືອນຕົ້ນປີ 2025 ນີ້, ຢູ່ນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 25 ຄັ້ງ. ໃນນັ້ນ, ໄໝ້ເຮືອນປະຊາຊົນ 18 ຫລັງ (ໄຟໄໝ້ລວກ 6 ຫລັງ), ໂຮງງານນ້ຳດື່ມ 1 ຫ້ອງ, ສາລາ 1 ຫ້ອງ, ຮ້ານເຟີນີເຈີ 1 ຮ້ານ, ຮ້ານຂາຍເສື້ອຜ້າ 1 ຮ້ານ, ຮ້ານຂາຍເຄື່ອງກໍ່ສ້າງ 1 ຮ້ານ, ປ່າຫຍ້າ 2 ຕອນ, ລວມມູນຄ່າຜົນເສຍຫາຍທັງໝົດ 5 ຕື້ກວ່າກີບ. ສຳລັບ ສາເຫດທີ່ພາໃຫ້ເກີດໄຟໄໝ້ ສ່ວນຫລາຍແມ່ນຍ້ອນຜູ້ເສຍຫາຍ ບໍ່ມີຄວາມລະມັດ ລະວັງ, ນຳໃຊ້ເຄື່ອງໃຊ້ໄຟຟ້າບໍ່ມີຄຸນນະພາບ, ລະບົບສາຍໄຟຟ້າອາຄານເກົ່າຊຸດໂຊມ ແລະ ມີຫລາຍອາຄານ ບໍ່ມີການຕິດຕັ້ງລະບົບສະກັດກັ້ນອັກຄີໄພ ຈຶ່ງເກີດມີເຫດການໄຟໄໝ້ຢ່າງຕໍ່ເນື່ອງ. ໃນນັ້ນ, ເກີດຈາກໄຟ ຟ້າລັດວົງຈອນ 9 ຄັ້ງ, ຄົນຈູດປ່າຫຍ້າ 1 ລາຍ (ຄົນເລ່ລ່ອນຈູດ) ແລະ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ 15 ລາຍ.
ຄຽງຄູ່ກັບການປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ນວ ຍັງພົບຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ສະພາບລົດມອດໄຟ ໃນປັດຈຸບັນ ແມ່ນເກົ່າແກ່ຊຸດໂຊມຫລາຍຄັນ ເວລາອອກປະຕິບັດໜ້າທີ່ກໍມີຄວາມສ່ຽງ, ງົບປະມານຮັບໃຊ້ຝຶກອົບ ຮົມ ແລະ ງົບປະມານບຳລຸງ-ສ້ອມແປງ ຫລື ຈັດຊື້ພາຫະນະໃໝ່, ຊຸດເຄື່ອງນຸ່ງຫົ່ມ, ອຸປະກອນຮັບໃຊ້ມອດໄຟ-ກູ້ຊີບ ມີຈຳກັດ ເປັນຕົ້ນ ໂສ້ງ, ເສື້ອ, ເກີບ, ໝວກ ຫລື ຊຸດກັນຄວາມຮ້ອນ, ສາຍສີດ ແລະ ໂຟມມອດໄຟ ບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການຕົວຈິງ; ພະນັກງານທີ່ມາເຮັດວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໂດຍສະເພາະ ໂຊເຟີລົດ, ພະນັກງານມອດໄຟ ຍັງບໍ່ພຽງພໍ, ພະນັກງານມອດໄຟຈຳນວນໜຶ່ງແມ່ນຮຽນຈົບຈາກຂະແໜງອື່ນ ແລ້ວຈຶ່ງມາຝຶກອົບຮົມ ຫລື ຮຽນຮູ້ຈາກວຽກງານຕົວຈິງຢູ່ພາກສະໜາມ ຈະສ້າງໃຫ້ເປັນແບບມືອາຊີບກໍຍາກ-ຕ້ອງໃຊ້ເວລາສົມຄວນ.
ພ້ອມນີ້, ງົບປະມານຮັບໃຊ້ການຝຶກອົບຮົມ, ການໂຄສະນາຍັງມີຈຳກັດ ແລະ ການລົງໂຄສະນາໃຫ້ທົ່ວສັງຄົມ ຍັງບໍ່ທັນເລິກ ເຊິ່ງ ແລະ ບໍ່ທັນທົ່ວເຖິງ, ການເຂົ້າຮ່ວມຂອງປະຊາຊົນມີຈຳກັດ, ບາງຄັ້ງເຈົ້າໜ້າທີ່ລົງໄປໂຄສະນາຢູ່ບາງບ້ານ ເພື່ອສາທິດດັບມອດໄຟ ແຕ່ສ່ວນຫລາຍ ປະຊາຊົນບໍ່ເຂົ້າມາຮ່ວມ, ບາງຄອບຄົວສົ່ງເດັກນ້ອຍ ແລະ ຜູ້ເຖົ້າມາຮ່ວມເທົ່ານັ້ນ.