Home ຂ່າວດ່ວນ ຈັບໄດ້ແລ້ວ ຜູ້ຄາດຕະກຳແມ່ຕູ້ໄວ 87 ປີ ບ້ານສີມຸງຄຸນ, ເມືອງປາກຊັນ

ຈັບໄດ້ແລ້ວ ຜູ້ຄາດຕະກຳແມ່ຕູ້ໄວ 87 ປີ ບ້ານສີມຸງຄຸນ, ເມືອງປາກຊັນ

0

ໃນວັນທີ 5 ກໍລະກົດ 2025 ທ່ານ ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ, ຫ້ອງຕຳຫຼວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫຼງການກ່ຽວກັບການມ້າງຄະດີຄາຕະກຳສະເທືອນຂັວນທີ່ເກີດຂື້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ສາມາດຈັບຕົວຜູ້ລົງມືກໍ່ເຫດ ຄາດຕະກຳມາດໍາເນີນຄະດີໄດ້ສຳເລັດ, ເຊີ່ງທ່ານໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 30 ມີຖຸນາ 2025 ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກຊັນ, ພະແນກນິຕິວິທະ ຍາ ແລະ ພາກສ່ວນກ່ຽວຂ້ອງລົງ ກວດກາສະຖານທີ່ເກີດເຫດ ແລະ ຊັນນະສູດຊາກສົບຕົວຈິງ.

ຜ່ານການກວດກາເຫັນວ່າ: ມີຄວາມຈິງແທ້, ຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ(ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກ ງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, ມື ແລະ ຕີນທັງສອງເບື້ອງຖືກຮັດດ້ວຍສະກ໋ອດໃສ, ພ້ອມນັ້ນທາງຄອບຄົວຂອງຜູ້ເສຍຊີວິດໄດ້ຢັ້ງຢືນວ່າມີຊັບສີນເຄື່ອງຂອງມີຄ່າ(ປະເພດຄຳຮູບປະພັນ)ໄດ້ຖືກລັກໄປ.

ດັ່ງນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງຮີບຮອ້ນເກັບກຳຂໍ້ມູນ, ຄັດຈ້ອນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ຕ້ອງສົງໃສ, ມາຮອດເວລາ 14 ໂມງ ຂອງວັນທີ 03 ກໍລະກົດ 2025 ຈຶ່ງສາມາດກັກຕົວເປົ້າ ໝາຍໄດ້ 01 ຄົນຊື່: ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນໄຊເໜືອ ເມືອງ ປາກຊັນ ແຂວງ ບໍລິ ຄຳໄຊ

ຜ່ານການສືບສວນ-ສອບສວນ ນາງ ສົມສະນຸກ (ບີ່) ຍອມ ຮັບສາລະພາບວ່າ: ໃນໄລຍະຜ່ານມາຕົນແມ່ນມີການພົວພັນຮູ້ ຈັກຄຸ້ນເຄີຍກັບຜູ້ເສຍຊີວິດເປັນຢ່າງດີເພາະໄດ້ເຂົ້າ-ອອກເຮືອນ, ແຕ່ງກິນ, ຫາອາຫານຈັດສົ່ງໃຫ້ແມ່ເຖົ້າຄຳຜິວຜູ້ທີ່ເສຍຊີວິດເປັນປະຈຳ ແລະ ຮູ້ການເຄື່ອນໄຫວດຳລົງຊີວິດປະຈຳວັນຢ່າງລະອຽດ,

ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າເປັນຄົນລົງມືຄາຕະກຳນາງ ຄຳຜີວ ແສງສາທິດ ( ປ້າດອນ) ຈີງແທ້, ດ້ວຍຮູບການເອົາຖົງຢາງສີດໍາສຸບໃສ່ຫົວແມ່ເຖົ້າ ຄໍາຜິວ ແລ້ວໃຊ້ສະກ໋ອດຄຽນຮັດຄໍໄວ້, ພ້ອມໃຊ້ສະກ໋ອດພັນມື ແລະ ຕີນທັງສອງເບື້ອງແລ້ວລາກແມ່ເຖົ້າ ຄໍາຜິວ ໄປໃວ້ໃນຫ້ອງນໍ້າ ຈາກນັ້ນໄດ້ຈົກເອົາສາຍແຂນຄໍາ 01 ເສັ້ນ ຢູ່ຖົງເສື້ອບໍລິເວນໜ້າເອີກຂອງຜູ້ເສຍຊີວິດແລ້ວຫຼົບ ໜີອອກຈາກບ່ອນກໍ່ເຫດ.

ແຮງຈູງໃຈໃນກໍ່ເຫດຄັ້ງນີ້ແມ່ນຄິດຢາກໄດ້ຊັບສິນຂອງແມ່ເຖົ້າ ຄໍາຜິວ ເພື່ອເອົາໄປຂາຍໃຊ້ໜີ້ສິນທີ່ມີຢູ່, ປັດຈຸບັນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ກຳລັງສືບຕໍ່ດຳເນີນການສືບສວນ-ສອບສວນ ລາຍລະອຽດເພີ່ມເຕີມໃຫ້ຈະແຈ້ງ, ພາວະວິໄສ, ສືບຕໍ່ສ້າງແຜນລົງທົດສະກຳເພື່ອເກັບກຳຂໍ້ມູນ ແລະ ສືບຕໍ່ເກັບກູ້ເຄື່ອງຂອງກາງຄືນ ເພື່ອສະຫຼຸບ, ສົ່ງສຳ ນວນຄະດີໃຫ້ໄອຍະການປະຊາຊົນແຂວງ ບໍລິຄໍາໄຊ ດຳເນີນການ ຕາມຂະບວນການຍຸຕິທຳ ທີ່ປະມວນກົດໝາຍອາຍາແຫ່ງ ສປປ ລາວກຳນົດໄວ້ຢ່າງເຂັ້ມງວດ.

ທີ່ມາ: ຂ່າວ ປກສ ແຂວງບໍລິຄຳໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version