ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6 ໄຂຂື້ນໃນວັນທີ 3 ກໍລະກົດ 2025 ຢູ່ຫໍສະພາເເຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ອໍາໄພ ຈິດມານົນ ກໍາມະການຄະນະພັກສະພາແຫ່ງຊາດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ,ມີ ທ່ານຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ,ທ່ານພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ,ສະມາຊິກກໍາມະບານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອໍາໄພ ຈິດມານົນ ມີຄໍາເຫັນກ່າວໄຂກອງປະຊຸມວ່າ:ໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາຂອງອົງຄະນະພັກສະພາແຫ່ງຊາດ, ສະຫະພັນກໍາມະບານໄດ້ປະຕິບັດພາລາບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນສໍາເລັດທີ່ຕັ້ງໜ້າຫລາຍດ້ານ ແຕ່ຍ້ອນຂໍ້ຈໍາກັດດ້ານຕ່າງໆ ຈິ່ງມີ ຈຸດອ່ອນ-ຂໍ້ຄົງຄ້າງ ທີ່ເລັ່ງທວງໃຫ້ສະຫະພັນກໍາມະບານຈະຕ້ອງພ້ອມກັນປັບປຸງແກ້ໄຂ ສະນັ້ນການຈັດກອງປະຊຸມຄັ້ງນີ້ເພື່ອ ສະຫຼຸບຕີລາຄາ, ຕິດຕາມກວດກາຄືນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນກໍາມະບານສະພາແຫ່ງຊາດ ຊຶ່ງຖືເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ, ສ້າງເງື່ອນໃໝ່ໃຫ້ສະຫະພັນກໍາມະບານສະພາແຫ່ງຊາດໃຫ້ກາຍເປັນການຈັດຕັ້ງທີ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຫຍຸດຢັ້ງ.

ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6 ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ5ຂອງສະຫະພັນກຳມະບານສະພາແຫ່ງຊາດ ໄລຍະ 5 ປີ 2020 ຫາ 2025 ແລະ ກໍານົດທິດທາງແຜນການ5 ປີຕໍ່ໜ້າ 2026 ຫາ2030,ຮັບຟັງການຜ່ານບົດສຳຫຼວດການຊີ້ນໍາ-ນຳພາຂອງຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດຊຸດທີ5ໃນ5ປີຜ່ານມາ2021ຫາ2025,ເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານຊຸດທີ 6 ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານກຳມະບານ ໃນ 5 ປີຕໍ່ໜ້າ 2026 ຫາ 2030 ນອກຈາກນີ້ ໄດ້ຮັບຟັງການໂອ້ລົມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຈາກ ທ່ານ ຄໍາໃບ ດໍາລັດ ກຳມະການສູນກາງພັກ, ຄະນະປະຈໍາພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ຕື່ມອີກ.
ຂ່າວ:ເດດອາລຸນ ແກ້ວວິໄລ່
ພາບ:ຕາລີເຊ້ຍ ລໍມີໄຊ