ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກໍລະກົດ ຜ່ານມານີ້, ຢູ່ສຳນັກງານລັດຖະບານ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນ. ກອງປະຊຸມໄດ້ປະຕິບັດແບບທາງໄກ ກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3,321 ແຫ່ງ ໃນທົ່ວປະເທດ.
ທ່ານ ຟ້າມມິງຈິງ ກ່າວຄຳເຫັນເປີດກອງປະຊຸມວ່າ: ນີ້ແມ່ນກອງປະຊຸມລັດຖະບານຄັ້ງທໍາອິດພາຍຫຼັງ ພ້ອມກັນປະຕິບັດຮູບແບບເຄື່ອນໄຫວກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ນັບແຕ່ວັນທີ 1 ກໍລະກົດ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງນຳກົງຈັກອຳນາດການປົກຄອງທຸກຂັ້ນເຂົ້າເຄື່ອນໄຫວເປັນປົກກະຕິ, ສຸມໃສ່ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.
ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນເດືອນມິຖຸນາ ແລະ 6 ເດືອນຕົ້ນປີ, ທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງວ່າສິ່ງທ້າທາຍໃຫຍ່, ພິເສດແມ່ນບັນດາການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຈາກສະພາບການພາຍນອກ, ແຕ່ ຫວຽດນາມ ຍັງຮັກສາໄດ້ເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສະພາບການເສດຖະກິດ – ສັງຄົມພັດທະນາຢ່າງຕັ້ງໜ້າ.
ກ່ຽວກັບທິດທາງພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນທ້າຍປີ, ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງພະຍາຍາມເພື່ອບັນລຸເປົ້າໝາຍການເຕີບໂຕຢູ່ລະດັບ 8% ຂຶ້ນໄປໃນປີນີ້, ໃນນັ້ນໃຫ້ບຸລິມະສິດໃນສະເພາະໜ້າແມ່ນປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນຢ່າງລຸລ່ວງ ເພື່ອພັດທະນາເປັນປົກກະຕິ.
ພວກເຮົາສຸມໃສ່ຊີ້ນຳ-ນຳພາການປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງສອງຂັ້ນໃຫ້ລຸລ່ວງ ພິເສດບໍ່ປະໃຫ້ປະຊາຊົນ, ວິສາຫະກິດ ບໍ່ໄດ້ຮັບການແກ້ໄຂບັນດາລະບຽບການບໍລິຫານ ຫຼື ປະຕິບັດລະບຽບການບໍລິຫານທີ່ແກ່ຍາວ. ພວກເຮົາຍັງຮັບປະກັນປະຕິບັດບັນດາໂຄງການເປົ້າໝາຍ, ບັນດາໂຄງການໃຫຍ່, ບັນດາໂຄງການຂອງທຸກຂັ້ນໃນເມື່ອກ່ອນ.