Home ຂ່າວການເມືອງ ຈູດທຳລາຍຢາເສບຕິດ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ຈູດທຳລາຍຢາເສບຕິດ ໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

0

ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ ຄົບຮອບ 38 ປີ ໃນວັນທີ 26 ມິຖຸນາ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີຜູ້ຕາງໜ້າອົງການພຸດທະສາສະໜາສໍາພັນລາວ, ບັນດາການນຳພັກ-ລັດ, ທູຕານຸທູດ, ຊາວໜຸ່ມ-ເຍົາວະຊົນ ແລະ ມວນຊົນ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ເຊິ່ງຢາເສບຕິດທີ່ນຳມາຈູດທໍາລາຍໃນຄັ້ງນີ້ ແມ່ນຢາເສບຕິດ ຈາກຄະດີທີ່ສານໄດ້ຕັດສິນເດັດຂາດແລ້ວ. ໃນນັ້ນ, ປະກອບມີ: ເຮໂລອິນ, ຢາໄອສ໌, ຢາບ້າ ແລະ ອື່ນໆ.

ໃນພິທີ ທ່ານ ພົທ ຄຳກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໃນ 1 ປີຜ່ານມາວ່າ: ສະພາບການແຜ່ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍເປັນວົງກວ້າງໃນທົ່ວທຸກມຸມໂລກ ໄດ້ເພີ່ມທະວີຄວາມຮຸນແຮງເປັນອັນຕະລາຍ ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນາທໍາ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດຢູ່ໃນໂລກ. ປະເທດລາວ ກໍແມ່ນປະເທດໜຶ່ງ ທີ່ພວມປະເຊີນໜ້າຕໍ່ກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດ ດ້ວຍເຫດນັ້ນ, ພັກ-ລັດ ຖະບານ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດທີ່ສຳຄັນ ໂດຍໄດ້ສົມທົບຫລາຍມາດ ຕາການເພື່ອແກ້ໄຂບັນ ຄື: ໄດ້ເອົາໃຈໃສ່ເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາສຶກສາອົບຮົມເຜີຍແຜ່ກົດໝາຍຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິ ສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະ ໂຫຍດ 58.185 ຄອບຄົວ, ຕໍ່ກັບເປົ້າໝາຍຜູ້ເສບຢາເສບຕິດ(ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ. ໃນປີ 2024 ມີທັງໝົດ 8.476 ຄົນ, ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນບ້ານ ມີ 5.427 ຄົນ,ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3.049 ຄົນ, ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3.222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 5.917 ແຫ່ງ; ສ້າງສຳນັກງານອົງການ, ກໍາລັງປະກອບອາວຸດ ປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ; ໄດ້ມີການພົວພັນຮ່ວມມືກັບບັນດາປະເທດເພື່ອມິດ, ອົງການຈັດຕັ້ງສາກົນ, ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລື, ປ້ອງກັນ ເຮັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ; ໄດ້ປະຕິ ບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ, ຍິງ 608 ຄົນ; ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆ ເປັນຈຳນວນຫລວງຫລາຍ.

ຂ່າວ: ໜັງສືພິມຄວາມສະຫງົບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version