Friday, June 27, 2025
Homeທຸລະກິດທາງລົດໄຟລາວ-ຈີນ ເປັນທ່າແຮງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ

ທາງລົດໄຟລາວ-ຈີນ ເປັນທ່າແຮງອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ

ເສັ້ນທາງລົດໄຟລາວ-ຈີນ ເປັນໂຄງການໜຶ່ງທີ່ມີການເຊື່ອມໂຍງເຊື່ອມຈອດ ໃນພາກພື້ນ ແລະ ສາກົນ ເຊິ່ງໄລຍະຜ່ານມາ, ພາຍຫລັງທີ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດບໍລິການນັບແຕ່ເດືອນ ທັນວາ 2021 ເປັນຕົ້ນມາ ເສັ້ນທາງລົດໄຟລາວ-ຈີນ ມີບົດບາດສໍາຄັນໃນການຄົມມະນາຄົມຂົນສົ່ງ, ໂດຍສະເພາະຕິດພັນກັບອຸດສາຫະກໍາການທ່ອງທ່ຽວເປັນທ່າແຮງໜຶ່ງທີ່ສໍາຄັນ ໃນ ສປປ ລາວ ກໍຄື ຢູ່ແຂວງຫລວງພະບາງ ເຊິ່ງນັກທ່ອງທ່ຽວເຂົ້າມານະຄອນຫວງວຽງຈັນແລ້ວ ຂີ່ລົດໄຟໄປທ່ຽວຢູ່ຫລວງພະບາງ ເຊິ່ງເປັນຈຸດໝາຍປາທາງຂອງນັກທ່ອງທ່ຽວ.

ທ່ານ ອານົງເດດ ເພັດໄກສອນ ຮອງອໍານວຍການທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ປະກອບສວນອັນສໍາຄັນ ໃນການເດີນທາງຈາກນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ ໃຊ້ເວລາປະມານ 2 ຊົ່ວໂມງ ເຊິ່ງເຮັດໃຫ້ການເດີນທາງໄປຫລວງພະບາງຂອງນັກທ່ອງທ່ຽວສັ້ນລົງ, ປະຢັດເວລາ ແລະ ສະດວກສະບາຍຂຶ້ນ, ເຮັດຜູ້ຊົມໃຊ້ທາງລົດໄຟລາວ-ຈີນ ກໍຄື ພໍ່ແມ່ປະຊາຊົນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ. ສໍາລັບສະຖານີຫລວງພະບາງ ຖືວ່າເປັນສະຖານີໃຫຍ່ອັນດັບ 2 ຖັດຈາກສະຖານີນະຄອນຫລວງວຽງຈັນ, ເປັນການອອກແບບທີ່ເປັນເອກະລັກສະເພາະ ແລະ ມີສິ່ງອໍານວຍຄວາມສະດວກທີ່ເປັນພື້ນຖານແກ່ຜູ້ຊົມໃຊ້ເຊັ່ນ: ບ່ອນພັກເຊົາ, ບ່ອນຂຶ້ນລົດໄຟ, ຮ້ານຄ້າ, ຫ້ອງນໍ້າ, ຫ້ອງຮັບຕ້ອນ, ຫ້ອງຮັບແຂກວີໄອພີ ເພື່ອອໍານວຍຄວາມສະດວກຜູ້ມາໃຊ້ບໍລິການ.

ທ່ານ ອານົງເດດ ເພັດໄກສອນ ຍັງໃຫ້ຮູ້ຕື່ມວ່າ: ການສ້າງວຽກເຮັດງານທໍາ ຕໍ່ກັບທ້ອງຖິ່ນຕະ ຫລອດເສັ້ນທາງລົດໄຟລາວ-ຈີນ ເປັນນະໂຍບາຍໜຶ່ງທີ່ເປັນບຸລິມະສິດ ເພື່ອໃຫ້ທ້ອງຖິ່ນໄດ້ຮັບຜົນປະ ໂຫຍດ ເປັນຕົ້ນ ສ້າງວຽກເຮັດງານທໍາ ຢູ່ພາຍໃນສະຖານີ ກໍຮັບເອົາຄົນທ້ອງຖິ່ນເຂົ້າມາເຮັດວຽກ ເຊິ່ງແຂວງຫລວງພະບາງ ເປັນແຂວງທີ່ນັກທ່ອງທ່ຽວມາທ່ຽວຫລາຍ. ສະນັ້ນ, ການບໍລິການ ຂອງຜູ້ປະ ກອບການຂະນາດນ້ອຍ ແລະ ກາງ ທີ່ໄດ້ມີການຊື້-ຂາຍສິນຄ້າກໍເພີ່ມຂຶ້ນ ກໍຖືວ່າໄດ້ຜົນປະໂຫຍດຫລາຍຕໍ່ເສດຖະກິດທ້ອງຖິ່ນ ແລະ ການເດີນທາງໄປມາຂອງພໍ່ແມ່ປະຊາຊົນ ລະຫວ່າງແຂວງຕໍ່ແຂວງກໍມີຄວາມສະດວກສະບາຍ.

ຂ່າວ-ພາບ: ວີລະວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments