Friday, June 27, 2025
Homeຂ່າວໜ້າໜຶ່ງ5 ປີຜ່ານມາ ສະພາແຫ່ງຊາດ ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ໄດ້ເຖິງ 85 ສະບັບ

5 ປີຜ່ານມາ ສະພາແຫ່ງຊາດ ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ໄດ້ເຖິງ 85 ສະບັບ

ໃນໄລຍະ 5 ປີຜ່ານມາ ສະພາແຫ່ງຊາດ (ສພຊ) ຊຸດທີ IX (2021-2025) ໄດ້ມີແຜນສ້າງ ແລະ ປັບປຸງກົດໝາຍທັງໝົດ 96 ສະບັບ ໃນນີ້ມີກົດໝາຍສ້າງໃໝ່ 38 ສະບັບ ແລະ ປັບປຸງ 58 ສະບັບ ເຊິ່ງຕະຫຼອດອາຍຸການຂອງສພຊ ຊຸດທີ IX 5 ປີຜ່ານມາ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ທັງໝົດ 85 ສະບັບ ເທົ່າກັບ 88,54% ຂອງແຜນການ ໃນນັ້ນມີກົດໝາຍສ້າງໃໝ່ 23 ສະບັບ ປັບປຸງ 62 ສະບັບ ເຮັດໃຫ້ມາ ຮອດປັດຈຸບັນ ສປປ ລາວ ເຮົາສາມາດມີກົດໝາຍ 170 ສະບັບ ແລະ ພິເສດຍັງສາມາດພິຈາລະນາຮັບຮອງເອົາລັດຖະທາມະນູນ (ສະບັບປັບປຸງປີ 2025)ສຳເລັດ.

ທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ໄດ້ກ່າວຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມິຖຸນາ 2025 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະ ທານສະພາແຫ່ງຊາດວ່າ: ການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດ ໝາຍຂອງ ສພຊ ໃນ 5 ປີ ທີ່ຜ່ານມາ ໄດ້ດໍາເນີນຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ເຊິ່ງບັນດາຮ່າງກົດໝາຍທີ່ໄດ້ກຳນົດໄວ້ໃນແຜນ ການສ້າງ ແລະ ປັບປຸງ 5 ປີ ແລະ ປະຈຳປີ ເປັນການຜັນຂະຫຍາຍແນວທາງ ນະໂຍ ບາຍຂອງພັກ ອອກເປັນນິຕິກຳ ຈັດຕັ້ງປະຕິບັດ ແລະ ໄດ້ ກາຍເປັນເຄື່ອງມືທີ່ສໍາຄັນໃນການດັດປັບສາຍພົວພັນສັງຄົມ ເສດຖະກິດມີການຂະຫຍາຍຕົວ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ກຳມາທິ ການກົດໝາຍ ແລະ ກຳມາທິການທີ່ກ່ຽວຂ້ອງຂອງ ສພຊ ລັດຖະບານ ແລະ ກະ ຊວງ ອົງການ ທີ່ຮັບຜິດຊອບແຕ່ລະກົດໝາຍ ໄດ້ເອົາໃຈໃສ່ເສີມຂະຫຍາຍ ພາລະບົດບາດສິດ ແລະ ໜ້າທີ່ ຂອງຕົນໃນການ ກໍານົດແຜນການ ແຜນງານ ແຜນວຽກ ຂົນຂວາຍ ເພື່ອຈັດແບ່ງງົບປະມານຮັບໃຊ້ໃຫ້ແກ່ວຽກງານສ້າງ ແລະ ປັບປຸງ ກົດ ໝາຍ ມີຄວາມແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະ ກິດ-ສັງຄົມ ຂະນະດຽວກັນກໍຍັງມີດ້ານອ່ອນຄົງຄ້າງເປັນຕົ້ນບັນດາກະຊວງ ອົງການ ຈໍານວນໜຶ່ງ ກໍຍັງບໍ່ທັນໄດ້ສຸ່ມໃສ່ຄົ້ນຄວ້າ ຮຽບຮຽງ ແລະ ປັບປຸງເນື້ອໃນຂອງຮ່າງກົດໝາຍ ໃຫ້ສໍາເລັດທັນກັບກຳນົດເວລາ ເປັນຕົ້ນ ກົດໝາຍວ່າດ້ວຍແຮ່ທາດ ກົດ ໝາຍວ່າດ້ວຍ ໄຟຟ້າ ຍ້ອນບໍ່ມີຄວາມກຽມພ້ອມ ຈຶ່ງເຮັດໃຫ້ບໍ່ສາມາດບັນ ລຸຕາມແຜນການທີ່ວາງໄວ້ ແລະ ການປະກາດໃຊ້ກົດໝາຍ ບາງສະບັບບໍ່ທັນປະຕິ ບັດໄດ້ ຕາມເວລາທີ່ກົດໝາຍວ່າດ້ວຍການສ້າງນິຕິກຳ ກໍານົດ ຍ້ອນມີຫຼາຍບັນຫາຕ້ອງໄດ້ຄົ້ນຄວ້າ ປັບປຸງຫຼົບໄປມາຫຼາຍເທື່ອ ແລະ ອື່ນໆ.

ສຳລັບການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍໃນ 5 ປີ ຕໍ່ໜ້າ (2026-2030) ກໍຄື ສະພາແຫ່ງຊາດຊຸດທີX ແມ່ນເລັ່ງໃສ່ຮັບປະກັນຄວາມສອດຄ່ອງກັບມະຕິກອງປະ ຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງຄັ້ງທີ III ຂອງພັກ ກໍຄືລັດຖະ ທຳມະນູນ ສະບັບປັບປຸງປີ 2025 ໂດຍກຳມາທິການກົດໝາຍ ໄດ້ປະສານສົມທົບກັບບັນດາກໍາມາທິການຂອງສະພາແຫ່ງຊາດ ລັດຖະບານ ແລະ ພາກ ສ່ວນທີ່ກ່ຽວຂ້ອງແຕ່ຫົວທີເພື່ອສັງລວມການສະເໜີແຜນການສ້າງ ແລະ ປັບປຸງກົດໝາຍຂອງສະ ພາແຫ່ງຊາດ ຊຸດທີ X ໃນແຕ່ປີ (2026-2030) ຕາມໜັງສືສະເໜີຂອງພາກສ່ວນຕ່າງໆ ເພື່ອສັງລວມເຂົ້າເປັນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ X ເຊິ່ງກົດໝາຍທີ່ກຳນົດເຂົ້າໃນແຜນການສ້າງ ແລະ ປັບປຸງກົດ ໝາຍ 5 ປີຕໍ່ໜ້າ ທີ່ຜ່ານການຄົ້ນຄວ້າສັງລວມໜັງຕາມສືສະເໜີ ແລະ ການຢັ້ງຢືນກຽມຄວາມພ້ອມຂອງບັນດາອົງການທີ່ມີສິດສະເໜີສ້າງ ແລະ ປັບປຸງກົດໝາຍລວມມີກົດໝາຍທັງໝົດ 78 ສະບັບ ສ້າງໃໝ່ 19 ສະບັບ ແລະ ປັບປຸງ 59 ສະບັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments